ທ່ານສີຈິ້ນຜິງມອບຫຼຽນໄຊມິດຕະພາບໃຫ້ທ່ານຣັກມອນ ປະທານາທິບໍດີຕັດຈິກິດສະຖານ

ແຫຼ່ງຂ່າວ:CRI   |    2024-07-08 13:25:07

ຕອນບ່າຍວັນທີ 5 ກໍລະກົດນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຈັດພິທີມອບຫຼຽນໄຊຢ່າງຄຶກຄື້ນຢູ່ທຳນຽບປະທານາທິບໍດີທີ່ນະຄອນຫຼວງດູຊານເບຂອງຕັດຈິກິດສະຖານ ເພື່ອມອບຫຼຽນໄຊມິດຕະພາບໃຫ້ທ່ານເອໂມມາລີ ຣັກມອນ ປະທານາທິບໍດີຕັດຈິກິດສະຖານ.

ທ່ານສີຈິ້ນຜິງໄດ້ກ່າວຄຳປາໄສໂດຍເນັ້ນໜັກວ່າ, ຫຼຽນໄຊມິດຕະພາບດວງນີ້ໄດ້ສະສົມການປະກອບສ່ວນທີ່ດີເດັ່ນຂອງທ່ານປະທານາທິບໍດີຣັກມອນໃນການຊຸກຍູ້ການຂະຫຍາຍການພົວພັນລະຫວ່າງຈີນ-ຕັດຈິກິດສະຖານ, ໄດ້ສະແດງໃຫ້ເຫັນຄວາມປາຖະໜາຢ່າງຈິງໃຈຂອງວົງການຕ່າງໆໃນສັງຄົມສອງປະເທດທີ່ມີຕໍ່ອະນາຄົດອັນດີງາມແຫ່ງການພົວພັນລະຫວ່າງຈີນ-ຕັດຈິກິດສະຖານ. ຂ້າພະເຈົ້າຍິນດີຮ່ວມກັບທ່ານປະທານາທິບໍດີຣັກມອນ, ຍຶດໝັ້ນເດີນຕາມເສັ້ນທາງມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ, ປະຕິບັດຕາມແນວຄິດຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຮ່ວມກັນຊີ້ນຳການພົວພັນຈີນ-ຕັດຈິກິດສະຖານໃຫ້ກ້າວໄປຂ້າງໜ້າ, ສ້າງຄວາມສຸກໃຫ້ແກ່ສອງປະເທດກໍຄືປະຊາຊົນສອງຊາດຢ່າງດີກວ່າເກົ່າ.

ທ່ານສີຈິ້ນຜິງມອບຫຼຽນໄຊມິດຕະພາບໃຫ້ທ່ານຣັກມອນ ປະທານາທິບໍດີຕັດຈິກິດສະຖານ