ທ່ານສີຈິ້ນຜິງພົບປະເຈລະຈາກັບປະທານາທິບໍດີຕັດຈິກິດສະຖານ
ຕອນບ່າຍວັນທີ 5 ກໍລະກົດນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະເຈລະຈາກັບທ່ານເອໂມມາລີ ຣັກມອນ ປະທານາທິບໍດີຕັດຈິກິດສະຖານຢູ່ທຳນຽບປະທານາທິບໍດີທີ່ນະຄອນຫຼວງດູຊານເບຂອງຕັດຈິກິດສະຖານ. ປະມຸກລັດສອງປະເທດປະກາດວ່າຈະຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຈີນ-ຕັດຈິກິດສະຖານໃນຍຸກໃໝ່.
ທ່ານສີຈິ້ນຜິງກ່າວວ່າ: ຈີນຍິນດີຮ່ວມກັບຕັດຈິກິດສະຖານແລກປ່ຽນ ແລະແບ່ງປັນບົດຮຽນ ແລະໂອກາດໃນການພັດທະນາ, ຊຸກຍູ້ການເຊື່ອມຈອດລະຫວ່າງຍຸດທະສາດການພັດທະນາຂອງສອງປະເທດ, ຮ່ວມກັນສ້າງໜຶ່ງແລວໜຶ່ງເສັ້ນທາງດ້ວຍຄຸນນະພາບສູງ, ຂະຫຍາຍການຮ່ວມມືໃນຂົງເຂດພະລັງງານໃໝ່ ເສດຖະກິດດີຈີຕອນ ແລະຂົງເຂດອື່ນໆ, ຊ່ວຍຕັດຈິກິດສະຖານພັດທະນາລະບົບອຸດສາຫະກຳທີ່ທັນສະໄໝ.
ທ່ານເອໂມມາລີ ຣັກມອນກ່າວວ່າ: ຕັດຈິກິດສະຖານຍິນດີຊຸກຍູ້ການຮ່ວມມືໃນການສ້າງໜຶ່ງແລວໜຶ່ງເສັ້ນທາງຮ່ວມກັນຕື່ມອີກ, ລົງເລິກການຮ່ວມມືໃນຂົງເຂດເຊື່ອມໂຍງເຊື່ອມຈອດກັນ ກະສິກຳ ແລະຂົງເຂດອື່ນໆ. ຍິນດີເພີ່ມທະວີການຮ່ວມມືດ້ານຄວາມປອດໄພໃນການປະຕິບັດກົດໝາຍກັບຈີນ, ຕັ້ງໜ້າປະຕິບັດຂໍ້ລິເລີ່ມການພັດທະນາທົ່ວໂລກ ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວໂລກ ແລະຂໍ້ລິເລີ່ມອະລິຍະທຳທົ່ວໂລກທີ່ສະເໜີໂດຍທ່ານປະທານສີຈິ້ນຜິງ.