ທ່ານສີຈິ້ນຜິງ ເດີນທາງຮອດນະຄອນຫຼວງບູດາເປດ, ເລີ່ມຢ້ຽມຢາມຮົງກາລີທາງລັດຖະກິດ

ແຫຼ່ງຂ່າວ:CRI   |    2024-05-09 17:40:12

ໂດຍຕອບສະໜອງຕາມຄຳເຊີນຂອງທ່ານຊູຢົກ ປະທານາທິບໍດີຮົງກາລີ ແລະ ທ່ານວິກເຕີ ໂອບັນ ນາຍົກລັດຖະມົນຕີຮົງກາລີ, ຕອຍຄ່ຳວັນທີ 8 ພຶດສະພານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເດີນທາງດ້ວຍເຮືອບິນພິເສດໄປຮອດນະຄອນຫຼວງບູດາເປດປະເທດຮົງກາລີ, ເລີ່ມຢ້ຽມຢາມຮົງກາລີທາງລັດຖະກິດ.

ເມື່ອເຮືອບິນພິເສດຂອງທ່ານສີຈິ້ນຜິງ ລົງຈອດຢູ່ສະໜາມບິນສາກົນບູດາເປດ, ທ່ານວິກເຕີ ໂອບັນ ນາຍົກລັດຖະມົນຕີຮົງກາລີພ້ອມດ້ວຍພັນລະຍາ, ທ່ານຊິຈາໂຕ ປີເຕີ ລັດຖະມົນຕີກະຊວງການຕ່າງປະເທດຮົງກາລີ ແລະ ເຈົ້າໜ້າທີ່ຂັ້ນສູງຂອງຮົງກາລີຫຼາຍທ່ານໄດ້ຕ້ອນຮັບທ່ານສີຈິ້ນຜິງຢູ່ສະໜາມບິນ.

ທ່ານສີຈິ້ນຜິງ ເດີນທາງຮອດນະຄອນຫຼວງບູດາເປດ, ເລີ່ມຢ້ຽມຢາມຮົງກາລີທາງລັດຖະກິດ