ທ່ານສີຈິ້ນຜິງກ່າວຄຳປາໄສທາງລາຍລັກອັກສອນຢູ່ສະໜາມບິນສາກົນອໍລີນະຄອນຫຼວງປາຣີຂອງຝຣັ່ງ

ແຫຼ່ງຂ່າວ:CRI   |    2024-05-06 18:05:15

ໃນເວລາທ່ານສີຈິນຜິງ ປະທານປະເທດຈີນເດີນທາງໄປຮອດນະຄອນຫຼວງປາຣີຂອງຝຣັ່ງ, ທ່ານໄດ້ກ່າວຄຳປາໄສທາງລາຍລັກອັກສອນຢູ່ສະໜາມບິນສາກົນອໍລີ. ທ່ານກ່າວວ່າ: ໂດຍຕອບສະໜອງຕາມຄຳເຊີນຂອງທ່ານເອັມມານູເອວ ມາຄຣົງ ປະທານາທິບໍດີຝຣັ່ງ, ຂ້າພະເຈົ້າດີໃຈຫຼາຍທີ່ໄດ້ດຳເນີນການຢ້ຽມຢາມຝຣັ່ງທາງລັດຖະກິດຄັ້ງທີ 3. ໃນປີ 2014 ແລະປີ 2019, ຂ້າພະເຈົ້າເຄີຍຢ້ຽມຢາມຝຣັ່ງສອງເທື່ອໃນລະດູບານໃໝ່, ເພື່ອຮ່ວມກັບປະຊາຊົນຝຣັ່ງສະເຫຼີມສະຫຼອງຈີນ-ຝຣັ່ງສ້າງສາຍພົວພັນທາງການທູດຄົບຮອບ 50 ປີ ແລະ 55 ປີ. ເນື່ອງໃນໂອກາດຈີນ-ຝຣັ່ງສ້າງສາຍພົວພັນທາງການທູດຄົບຮອບ 60 ປີ, ຂ້າພະເຈົ້າໄດ້ເຂົ້າສູ່ດິນແດນຝຣັ່ງທີ່ສວຍງາມອີກເທື່ອໜຶ່ງ, ຮູ້ສຶກສະໜິດສະໜົມຫຼາຍ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າຂໍຕາງໜ້າລັດຖະບານ ແລະປະຊາຊົນຈີນ, ສົ່ງຄຳຢື້ຢາມຖາມຂ່າວທີ່ຈິງໃຈ ແລະຄຳອວຍພອນອັນປະເສີດໄປຍັງລັດຖະບານ ແລະປະຊາຊົນຝຣັ່ງ.

ໃນໄລຍະຢ້ຽມຢາມຝຣັ່ງໃນຄັ້ງນີ້, ຂ້າພະເຈົ້າ ແລະທ່ານປະທານາທິບໍດີມາຄຣົງຈະແລກປ່ຽນຄວາມເຫັນຢ່າງເລິກເຊິ່ງກ່ຽວກັບການຂະຫຍາຍການພົວພັນລະຫວ່າງຈີນ-ຝຣັ່ງ ຈີນ-ສະຫະພາບເອີຣົບພາຍໃຕ້ສະຖານະການໃໝ່ ພ້ອມດ້ວຍບັນຫາສາກົນ ແລະພາກພື້ນທີ່ສຳຄັນໃນປັດຈຸບັນ.

ທ່ານສີຈິ້ນຜິງກ່າວຄຳປາໄສທາງລາຍລັກອັກສອນຢູ່ສະໜາມບິນສາກົນອໍລີນະຄອນຫຼວງປາຣີຂອງຝຣັ່ງ