ທ່ານສີຈິ້ນຜິງ ໄປສຳຫຼວດຄົ້ນຄວ້າຢູ່ນະຄອນຊາງຊ່າແຂວງຫູນານຈີນ
ແຫຼ່ງຂ່າວ:CRI |
2024-03-20 10:52:12
ຕອນບ່າຍວັນທີ 18 ມີນານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ໄດ້ໄປສຳຫຼວດຄົ້ນຄວ້າຢູ່ສະຖາບັນສ້າງຄູແຫ່ງທຳອິດແຂວງຫູນານແລະບໍລິສັດຜະລິດແບັດເຕີຣີ ບາຊື່ຟູ່ຊ່ານຊ່ານຈຳກັດ ຢູ່ນະຄອນຊາງຊ່າແຂວງຫູນານ, ເພື່ອຊອກຮູ້ສະພາບການຕ່າງໆເຊັ່ນ: ການນຳໃຊ້ຊັບພະຍາກອນມູນເຊື້ອການປະຕິບັດໃຫ້ດີ, ການຍຶດໝັ້ນສ້າງນັກຮຽນໃຫ້ມີຄຸນສົມບັດດີຢູ່ໂຮງຮຽນ ແລະ ການເລັ່ງລັດພັດທະນາກຳລັງການຜະລິດໃນຄຸນນະພາບໃຫມ່, ການເພີ່ມທະວີການເປີດປະຕູສູ່ພາຍນອກທີ່ມີລະດັບສູງຂອງທ້ອງຖິ່ນແລະອື່ນໆ.