【中老双语】一所因中老铁路而生的学校正式移交!
“好、很好、非常好!”10月12日,老挝人民革命党中央总书记、国家主席通伦·西苏里出席老挝铁道职业技术学院项目移交仪式,敲响象征学院正式投入使用的锣声,并用中文给予项目高度评价。
“ດີ, ດີຫຼາຍ, ຄັກຫຼາຍ!” ວັນທີ 12 ຕຸລາຜ່ານມາ, ທ່ານ ທອງລຸນ ສີສຸລິດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມພິທີມອບ-ຮັບ ໂຄງການຊ່ວຍເຫຼືອວິທະຍາໄລເຕັກນິກ-ວິຊາຊີບການລົດໄຟລາວ, ພ້ອມທັງໄດ້ຕີຄ້ອງທີ່ເປັນສັນຍະລັກຂອງການເປີດນໍາໃຊ້ໂຮງຮຽນຢ່າງເປັນທາງການ, ທ່ານໄດ້ຕີລາຄາສູງຕໍ່ໂຄງການດັ່ງກ່າວດ້ວຍພາສາຈີນ.
援老挝铁道职业技术学院是中老铁路的配套项目,由中国政府援建,项目于2021年9月20日正式开工,2023年8月17日通过竣工验收。其中,云南省商务厅作为项目管理机构,云南省建设投资控股集团有限公司负责基础设施的建设,昆明铁道职业技术学院负责教师队伍的培养。
ໂຄງການຊ່ວຍເຫຼືອວິທະຍາໄລເຕັກນິກ-ວິຊາຊີບການລົດໄຟລາວ ເປັນໂຄງການປະສົມປະສານສະໜັບສະໜູນຂອງໂຄງການທາງລົດໄຟລາວ-ຈີນ, ຊຶ່ງລັດຖະບານຈີນຊ່ວຍເຫຼືອກໍສ້າງ, ໂຄງການດັ່ງກ່າວໄດ້ເລີ່ມຕົ້ນການກໍ່ສ້າງໃນວັນທີ 20 ກັນຍາ 2021, ວັນທີ 17 ສິງຫາ 2023 ໄດ້ສໍາເລັດການກໍ່ສ້າງ ແລະ ຜ່ານການກວດກາໂຄງການ. ໃນນັ້ນ, ກຸ່ມບໍລິສັດກໍ່ສ້າງ-ລົງທຶນ ແລະ ຖືຮຸ້ນແຂວງຢູນນານຈໍາກັດ ຮັບຜິດຊອບວຽກງານການກໍ່ສ້າງພື້ນຖານໂຄງລ່າງຂອງໂຮງຮຽນ, ວິທະຍາໄລເຕັກນິກວິຊາຊີບທາງລົດໄຟຄຸນໝິງ ຮັບຜິດຊອບການຝຶກອົບຮົມທີມງານຄູອາຈານສອນ.
在教师队伍培养方面,项目针对40名老挝籍教师采用2年教育能力培养+后续5年教育技术合作的方式,指导老方建立专业教学体系,推进专业、师资及教材建设,建立铁道类专业教学运行机制。
ໃນດ້ານການຝຶກອົບຮົບທີມງານຄູອາຈານສອນ, ສໍາລັບການຝຶກອົບຮົມສໍາມະນາກອນ (ຄູອາຈານທາງລົດໄຟຄົນລາວ) 40 ທ່ານ ໄດ້ນໍາໃຊ້ຮູບແບບການຝຶກອົບຮົມຂີດຄວາມສາມາດເປັນເວລາ 2 ປີ + ການຮ່ວມມືດ້ານການສຶກສາເຕັກນິກເປັນເວລາ 5 ປີ, ເພື່ອຊ່ວຍຊີ້ນໍາຝ່າຍລາວສ້າງລະບົບການສຶກສາວິຊາຊີບ, ສົ່ງເສີມການສ້າງວິຊາສະເພາະ ແລະ ບຸກຄະລາກອນຄູອາຈານ ແລະ ຫຼັກສູດການສິດສອນ, ສ້າງເປັນກົນໄກການສິດສອນສະເພາະດ້ານການລົດໄຟ.
早在2022年,40名老挝籍教师就来到昆明。学员先学习中文和铁道基础理论,接受包括铁道机车、车辆、工程、供电等6个专业的系统性职业技能培训。2023年8月2日,40名老挝籍教师完成在昆明铁道职业技术学院为期近两年的学习,返回老挝。
ໃນປີ 2022, ສໍາມະນາກອນ 40 ທ່ານ ຈາກປະເທດລາວເດີນທາງມາຮອດນະຄອນຄຸນໝິງ. ຫຼັງຈາກຮຽນພາສາຈີນ ແລະ ທິດສະດີຂັ້ນພື້ນຖານດ້ານທາງລົດໄຟແລ້ວ, ສໍາມະນາກອນໄດ້ຮັບການຝຶກອົບຮົມດ້ານເຕັກນິກວິຊາຊີບຢ່າງເປັນລະບົບໃນ 6 ດ້ານວິຊາຊີບ ຄື: ຄວາມຮູ້ດ້ານຫົວຈັກລົດໄຟ, ລົດຍົນ, ວິສະວະກໍາ, ການສະໜອງໄຟຟ້າ ແລະ ອື່ນໆ. ວັນທີ 2 ສິງຫາ 2023 ບັນດາສໍາມະນາກອນໄດ້ສໍາເລັດການສຶກສາເກືອບສອງປີທີ່ວິທະຍາໄລເຕັກນິກວິຊາຊີບທາງລົດໄຟຄຸນໝິງ ແລະ ເດີນທາງກັບປະເທດລາວ.
2023年10月8日,昆明铁道职业技术学院派出的第一批16名教师抵达老挝铁道职业技术学院,开展实地教学援助工作。在接下来的5年中将继续开展教育技术合作,由昆明铁道职业技术学院分批派出师资,持续进行教育能力帮扶,为中老铁路的运营及管理提供人才保障。
ວັນທີ 8 ຕຸລາ 2023 ຜ່ານມາ,ວິທະຍາໄລເຕັກນິກວິຊາຊີບທາງລົດໄຟຄຸນໝິງ ໄດ້ສົ່ງຄູອາຈານຈໍານວນ 16 ທ່ານໄປຮອດວິທະຍາໄລເຕັກນິກ-ວິຊາຊີບການລົດໄຟລາວ, ເພື່ອດໍາເນີນວຽກງານການຊ່ວຍເຫຼືອການສິດສອນ. ໃນ 5 ປີຕໍ່ມາວິທະຍາໄລເຕັກນິກວິຊາຊີບທາງລົດໄຟຄຸນໝິງ ຈະສືບຕໍ່ແຕ່ງຕັ້ງຄູອາຈານໄປປະຈໍາຢູ່ໂຮງຮຽນດັ່ງກ່າວ ເພື່ອສືບຕໍ່ຊ່ວຍເຫຼືອຝ່າຍລາວສ້າງຄວາມສາມາດດ້ານການສິດສອນ ແລະ ຮັບປະກັນການຄຸ້ມຄອງດໍາເນີນງານ ແລະ ການສະໜອງບຸກຄະລະກອນຂອງທາງລົດໄຟລາວ-ຈີນ.
老挝铁道职业技术学院教师孙建同信心满满地说:“老挝铁道职业技术学院是东南亚国家第一所铁道职业技术院校,作为老挝第一批铁路教师,我感到非常自豪。在昆明铁道职业技术学院,我们进行了理论和实操一体化的学习,通过了教学设计说课考核。我将竭尽全力把所学知识传授给学生。希望今后老挝能有一条自主建设的铁路。”
ທ່ານ ຄອນສະຫວັນ ສໍສົມບັດດີ ອາຈານຂອງວິທະຍາໄລເຕັກນິກ-ວິຊາຊີບການລົດໄຟລາວ ກ່າວຢ່າງໝັ້ນອົກໝັ້ນໃຈວ່າ: “ວິທະຍາໄລເຕັກນິກ-ວິຊາຊີບການລົດໄຟລາວ ເປັນໂຮງຮຽນການລົດໄຟແຫ່ງທໍາອິດໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້, ໃນນາມທີ່ເປັນຄູອາຈານສອນການລົດໄຟລຸ້ນທໍາອິດຂອງປະເທດລາວ, ຂ້າພະເຂົ້າຮູ້ສຶກມີຄວາມພາກພູມໃຈຫຼາຍ. ຕອນຢູ່ວິທະຍາໄລເຕັກນິກວິຊາຊີບທາງລົດໄຟຄຸນໝິງພວກເຮົາໄດ້ຮຽນຄວາມຮູ້ດ້ານທິດສະດີ ແລະ ການປະຕິບັດຕົວຈິງແລ້ວ, ໄດ້ຜ່ານການອອກແບບການສອນ ແລະ ການປະເມີນການບັນຍາຍ. ຂ້າພະເຈົ້າຈະພະຍາຍາມຖ່າຍທອດຄວາມຮູ້ທີ່ໄດ້ຮຽນມາໃຫ້ແກ່ນັກຮຽນຢ່າງສຸດຄວາມສາມາດ.ຫວັງວ່າໃນອະນາຄົດປະເທດລາວຈະມີທາງລົດໄຟທີ່ສ້າງດ້ວຍຕົນເອງ.”
整合采访/编辑:杨春梅
外文审核:孟达威
图片源于网络、受访者
审核:张若谷