ຢູ່ໂຮງຮຽນ 67,ພວກເຮົາຮ້ອງເພງ "ຈຳປາເມືອງລາວ"
ໃນບົດເພງ “ຈຳປາເມືອງລາວ”, ເຊິ່ງເປັນບົດເພງພື້ນເມືອງລາວເຮົາ ມີເນື້ອຮ້ອງທ້ອນໜຶ່ງທີ່ຮ້ອງວ່າ: “ເມື່ອດົມກິ່ນເຈົ້າ, ປານພົບບ້ານເກົ່າທີ່ພາກຈາກໄປ”. ສຳລັບຂ້າພະເຈົ້າແລ້ວ, ບົດເພງນີ້ບໍ່ພຽງແຕ່ເປັນສິ່ງແທນຄວາມຄິດຮອດຄິດເຖິງບ້ານເກີດເທົ່ານັ້ນ, ແຕ່ມັນຍັງເປັນສິ່ງບັນທຶກ ແລະ ຖ່າຍທອດສາຍໃຍແຫ່ງຄວາມຜູກພັນອັນເລິກເຊິ່ງ ລະຫວ່າງ ຂ້າພະເຈົ້າ ແລະ ປະເທດຈີນ ທີ່ໄດ້ຢັ່ງຮາກເລິກມາເປັນເວລາຫຼາຍກວ່າເຄິ່ງສະຕະວັດອີກດ້ວຍ.

ປີນີ້ ແມ່ນປີແຫ່ງການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລະຫວ່າງ ລາວ-ຈີນ ຄົບຮອບ 65 ປີ. ເມື່ອໄດ້ຫວນຄືນເບິ່ງໄລຍະທາງທີ່ສອງຊາດພວກເຮົາໄດ້
ຮ່ວມຊາຕາກຳ ແລະ ຜ່ານຜ່າອຸປະສັກຕ່າງໆມາດ້ວຍກັນນັ້ນ, ພາຍໃນຈິດໃຈຂອງຂ້າພະເຈົ້າແມ່ນເຕັມໄປດ້ວຍຄວາມຕື້ນຕັນໃຈຢ່າງບອກບໍ່ຖືກ. ໂດຍສະເພາະແມ່ນໄລຍະເວລາທີ່ໄດ້ໄປສຶກສາຮ່ຳຮຽນຢູ່ປະເທດຈີນ ທ່າມກາງແປວໄຟສົງຄາມໃນສະຕະວັດກ່ອນນັ້ນ, ມັນຍັງຄົງເປັນຄວາມຊົງຈຳອັນລ້ຳຄ່າທີ່ສຸດ ທີ່ຝັງເລິກຢູ່ໃນສ່ວນເລິກຂອງຫົວໃຈຂ້າພະເຈົ້າສະເໝີມາ ແລະ ກໍແມ່ນບົດບັນທຶກຕົວຈິງທີ່ສະແດງໃຫ້ເຫັນເຖິງມິດຕະພາບແຫ່ງການຮ່ວມທຸກຮ່ວມສຸກ ລະຫວ່າງ ສອງຊາດ ລາວ-ຈີນ ຢ່າງແທ້ຈິງ.
ໃນຊຸມປີ 60 ຂອງສະຕະວັດທີ່ຜ່ານມາ, ທ່າມກາງແປວໄຟສົງຄາມຮຸກຮານຂອງຈັກກະພັດອາເມຣິກາ ທີ່ພວມແຜ່ລາມໄປທົ່ວດິນແດນລາວ, ເຊິ່ງເປັນໄລຍະທີ່ປະເທດຊາດ ແລະ ຊາຕາກຳຂອງປະຊາຊົນ ພວມປະເຊີນໜ້າກັບ ການທົດສອບອັນໜັກໜ່ວງ ແລະ ຢູ່ໃນສະພາບທີ່ຄັບຂັນທີ່ສຸດນັ້ນ, ການນຳສູງສຸດຂອງສອງພັກພວກເຮົາ ໄດ້ມີການຕັດສິນໃຈຍຸດທະສາດອັນສະຫຼາດສ່ອງໃສ ແລະ ຖືກຕ້ອງທີ່ສຸດ, ທັນການທີ່ສຸດ, ນັ້ນຄືການສົ່ງບຸດຫຼານຂອງນັກປະຕິວັດລາວ ໄປສຶກສາຮ່ຳຮຽນຢູ່ປະເທດຈີນ ເພື່ອໃຫ້ເຂົາເຈົ້າໄດ້ເຕີບໃຫຍ່ຂະຫຍາຍຕົວໃນສະພາແວດລ້ອມທີ່ປອດໄພ ແລະ ເພື່ອສະສົມກຳລັງແຮງໃຫ້ແກ່ອະນາຄົດຂອງປະເທດຊາດ. ຍ້ອນ
ການຕັດສິນໃຈອັນມີວິໄສທັດກວ້າງໄກໃນຄັ້ງນັ້ນ, ຈຶ່ງໄດ້ເຮັດໃຫ້ຂ້າພະເຈົ້າ ມີໂອກາດໄດ້ຢຽບລົງບົນຜືນແຜ່ນດິນຈີນ ແລະ ເລີ່ມຕົ້ນເສັ້ນທາງແຫ່ງການສຶກສາ ທີ່ໄດ້ປ່ຽນແປງຊີວິດຂອງຂ້າພະເຈົ້າໄປຕະຫຼອດການ.
ໃນປີ 1968, ຕອນນັ້ນຂ້າພະເຈົ້າມີອາຍຸໄດ້ 10 ປີ, ແລະ ຖືວ່າເປັນໂຊກດີທີ່ສຸດທີ່ໄດ້ຖືກຄັດເລືອກໃຫ້ເຂົ້າຮຽນຢູ່ໂຮງຮຽນ 67 ສປ ຈີນ. ພວກເຮົາໄດ້ເລີ່ມອອກເດີນທາງຈາກປ່າດົງ ເຂດປະຕິວັດ ເມືອງວຽງໄຊ ແຂວງຫົວພັນ, ຜ່ານເສັ້ນທາງອັນຍາກລຳບາກ ແລະ ຜ່ານຫຼາຍຂັ້ນຕອນ ຈົນສາມາດເດີນທາງເຖິງນະຄອນນານໜິງ ເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ ປະເທດຈີນ ຢ່າງປອດໄພ. ໂຮງຮຽນລາວທີ່ຕັ້ງຢູ່ເທິງຜືນແຜ່ນດິນຈີນແຫ່ງນີ້, ບໍ່ພຽງແຕ່ເປັນສະຖານທີ່ຫຼົບໄພສົງຄາມເທົ່ານັ້ນ, ແຕ່ຍັງເປັນຫໍໂຮງແຫ່ງຄວາມຮູ້ອັນສັກສິດ ແລະ ເປັນບ່ອນຝາກຝັງຄວາມມຸ່ງຫວັງອັນແຮງກ້າ ຂອງສອງພັກ ສອງລັດ ທີ່ມີຕໍ່ຄົນຮຸ່ນໜຸ່ມ. ຜູ້ອໍານວຍການໂຮງຮຽນ, ຄູສອນແມ່ນພີ່ນ້ອງຮ່ວມຊາດລາວ, ສໍາລັບຄົນຈີນມີ: ຄູສອນດົນຕີ, ຄູສອນກິລາ, ແພດໝໍ, ເອື້ອຍລ້ຽງເດັກ, ຊ່າງຕັດຜົມ ແລະ ພະນັກງານຊີວິດປະຈໍາວັນຕ່າງໆ . ຢູ່ທີ່ນັ້ນ, ພວກເຮົາໄດ້ຫ່າງໄກຈາກແປວໄຟສົງຄາມ, ມີຢູ່ມີກິນ ແລະ ມີເສື້ອຜ້າອຸ່ນໆນຸ່ງຫົ່ມ, ໄດ້ໃຊ້ຊີວິດຢ່າງມີຄວາມສຸກ ແລະ ເຖິງວ່າຈະຢູ່ຕ່າງແດນ, ແຕ່ພວກເຮົາກໍສາມາດອຸ່ນອ່ຽນທຸ່ນທ່ຽງໃນການຮ່ຳຮຽນວິຊາຄວາມຮູ້ ແລະ ສືບທອດວັດທະນະທຳອັນດີງາມຂອງຊາດຕົນເອງ.
ໃນເວລານັ້ນ, ພວກເຮົາຍັງເປັນພຽງເດັກນ້ອຍທີ່ໄຮ້ດຽງສາ, ຜູ້ອາຍຸນ້ອຍສຸດກໍມີ ພຽງແຕ່ 5-6 ປີ, ສ່ວນຜູ້ໃຫຍ່ສຸດກໍມີອາຍຸພຽງແຕ່ 10 ກວ່າປີເທົ່ານັ້ນ. ການທີ່ຕ້ອງຢູ່ຫ່າງໄກຈາກບ້ານເກີດເມືອງນອນ, ຕ້ອງຫ່າງເຫີນຈາກພໍ່ແມ່ ແລະ ບໍ່
ມີຍາດຕິພີ່ນ້ອງຢູ່ຄຽງຂ້າງ, ເຮັດໃຫ້ພາຍໃນຈິດໃຈຂອງພວກເຮົາມີແຕ່ ຄວາມຄິດຮອດຄິດເຖິງຢ່າງລົ້ນເຫຼືອ. ແຕ່ຢູ່ໂຮງຮຽນ 67 ແຫ່ງນັ້ນ, ພວກເຮົາບໍ່ເຄີຍຮູ້ສຶກໂດດດ່ຽວເລີຍ, ເພາະມີໝູ່ເພື່ອນສະຫາຍລາວ, ແລະເພື່ອນມິດຊາວຈີນ ໄດ້ມອບ
ໄມຕີຈິດອັນບໍລິສຸດ ແລະ ການເບິ່ງແຍງເອົາໃຈໃສ່ຢ່າງໃກ້ຊິດແທ້ໆ ເພື່ອສ້າງຄວາມອົບອຸ່ນໃຫ້ແກ່ທຸກຄົນ, ເຮັດໃຫ້ໂຮງຮຽນໃນຕ່າງແດນແຫ່ງນັ້ນ ກາຍມາເປັນບ້ານເຮືອນທີ່ອົບອຸ່ນ ແລະ ປອດໄພຂອງພວກເຮົາ. ພວກເຮົາໄດ້ຖືເອົາອ້າຍເອື້ອຍທີ່ອາວຸໂສກວ່າເປັນຍາດຕິພີ່ນ້ອງ, ຖືເອົາຄູບາອາຈານທີ່ອ່ອນໂຍນ
ແລະ ມີຄວາມຮັບຜິດຊອບສູງເປັນພໍ່ແມ່, ແລະ ຖືເອົາຜູ້ອາວຸໂສໃນທ້ອງຖິ່ນທີ່ມີຈິດໃຈເມດຕາປານີເປັນລຸງປ້າອາວອາຂອງຕົນເອງ. ທ່າມກາງບັນຍາກາດແຫ່ງການຊ່ວຍເຫຼືອເກື້ອກູນ ແລະ ເປັນບ່ອນອີງໃຫ້ກັນແລະກັນນັ້ນ, ມັນໄດ້ສອນໃຫ້ຂ້າ
ພະເຈົ້າຮູ້ຈັກການມີນ້ຳໃຈຕໍ່ຜູ້ຄົນ, ຮູ້ຈັກຄວາມສາມັກຄີຮັກແພງ, ທັງຍັງໄດ້ຮຽນຮູ້ກ່ຽວກັບການຮູ້ບຸນຄຸນ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່.
ໃນຊ່ວງເວລານັ້ນ, ທຸກຄັ້ງທີ່ເກີດຄວາມຄິດຮອດຄິດເຖິງບ້ານເກີດເມືອງນອນ ແລະ ຍາດຕິພີ່ນ້ອງ ພວກເຮົາກໍຈະພາກັນຮ້ອງເພງ “ຈຳປາເມືອງລາວ”. ບົດເພງບົດນີ້ ບໍ່ພຽງແຕ່ແມ່ນສິ່ງແທນຄວາມຮັກຊາດຮັກບ້ານເກີດຂອງພວກເຮົາເທົ່ານັ້ນ, ແຕ່ມັນຍັງເປັນສິ່ງທີ່ຄອຍປອບປະໂລມຈິດໃຈໃຫ້ຄາຍຄວາມຄິດຮອດບ້ານໃນຍາມຢູ່ຕ່າງແດນ, ທັງເປັນເພື່ອນຮ່ວມທາງທີ່ພາພວກເຮົາເຕີບໃຫຍ່ຂະຫຍາຍຕົວຂຶ້ນຢູ່ຈີນ. ການເວລາໝູນວຽນປ່ຽນໄປ, ສອງຊາດ ລາວ-ຈີນ ໄດ້ຮ່ວມກັນຜ່ານຜ່າອຸປະສັກ ແລະ ສິ່ງທ້າທາຍຕ່າງໆມາດ້ວຍກັນ ຈົນກ້າວເຂົ້າສູ່ສັງກາດໃໝ່ແຫ່ງສັນຕິພາບ ແລະ ການພັດທະນາ. ເຖິງວ່າສະພາບການຈະປ່ຽນແປງໄປຄືແນວໃດ
ກໍຕາມ, ແຕ່ຂ້າພະເຈົ້າຍັງຄົງຈົດຈຳໄລຍະເວລາທີ່ໄດ້ໄປສຶກສາຮ່ຳຮຽນຢູ່ປະເທດຈີນນັ້ນສະເໝີ ແລະ ມັກຈະເລົ່າເລື່ອງລາວປະຫວັດສາດດັ່ງກ່າວ ໃຫ້ຍາດຕິພີ່ນ້ອງ ແລະ ລູກຫຼານໄດ້ຮັບຟັງຢູ່ຕະຫຼອດ. ດ້ວຍເຫດນັ້ນ, ຂ້າພະເຈົ້າຈຶ່ງໄດ້ຕັ້ງໃຈສ້າງເງື່ອນໄຂໂອກາດ ເພື່ອສົ່ງລູກທັງ 3 ຄົນ ໃຫ້ໄດ້ໄປຢ້ຽມຢາມໂຮງຮຽນ 67 ສປ ຈີນ ຕາມລໍາດັບ, ເພື່ອໃຫ້ເຂົາເຈົ້າໄດ້ເຫັນກັບຕາ ກ່ຽວກັບສະຖານທີ່ ທີ່ຜູ້ເປັນພໍ່ ທີ່ເຄີຍໄດ້ໃຊ້ຊີວິດໃນເມື່ອກ່ອນ ແລະ ໃຫ້ເຂົາເຈົ້າໄດ້ສຳຜັດດ້ວຍຕົນເອງເຖິງປະຫວັດສາດອັນໜັກແໜ້ນ ທີ່ໄດ້ຈາລຶກສາຍໃຍມິດຕະພາບ ລະຫວ່າງ ສອງຊາດຂອງພວກເຮົາໄວ້.
ລູກສາວຫຼ້າຂອງຂ້າພະເຈົ້າ, ນາງ ແກ້ວວິພາພອນ ໄຂຄຳພິທູນ, ຜູ້ທີ່ຮຽນຈົບຈາກມະຫາວິທະຍາໄລ ສ້າງຄູ ຫົວຕົງ ສປ ຈີນ. ກ່ອນທີ່ລູກຈະເດີນທາງໄປຢ້ຽມຢາມໂຮງຮຽນ 67 , ລູກສາວກໍໄດ້ຖາມຂ້າພະເຈົ້າວ່າ: “ພໍ່ເອີຍ, ລູກຄວນຈະກຽມຫຍັງໄປສະແດງໃຫ້ເພິ່ນເບິ່ງດີ?” ຂ້າພະເຈົ້າຈຶ່ງບອກລູກໄປວ່າ: “ລູກເອີຍ, ບໍ່ຕ້ອງຊອກຫາຫຍັງມາສະແດງໃຫ້ຍາດອກ, ຂໍພຽງແຕ່ໃຫ້ລູກຮ້ອງເພງ “ຈຳປາເມືອງລາວ” ອອກ
ມາຈາກໃຈໃຫ້ດີທີ່ສຸດກໍພໍແລ້ວ”. ເພາະຂ້າພະເຈົ້າຢາກໃຫ້ລູກໄດ້ຮັບຮູ້ເຖິງຈິດວິນ
ຍານຂອງຄົນຮຸ່ນພໍ່ ໃນຍາມທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນ ວ່າພວກເຮົາໄດ້ຮັບຄວາມຮັກແພງອັນອົບອຸ່ນ ແລະ ຍຶດໝັ້ນໃນອຸດົມການໜັກແໜ້ນພຽງໃດ
ຜ່ານສຽງເພງນັ້ນ. ທີ່ສຳຄັນໄປກວ່ານັ້ນ, ກໍເພື່ອໃຫ້ລູກໄດ້ເຂົ້າໃຈເຖິງສາຍໃຍຜູກພັນອັນເລິກເຊິ່ງ ລະຫວ່າງ ລາວ-ຈີນ ທີ່ໄດ້ຜ່ານຮ້ອນຜ່ານໜາວມາຮ່ວມກັນ, ເພື່ອໃຫ້ລູກໄດ້ສືບທອດນ້ຳໃຈຮູ້ບຸນຄຸນ ແລະ ຄວາມຮັກແພງ ທີ່ຈາລຶກຢູ່ໃນ
ສາຍເລືອດຂອງພວກເຮົາຕະຫຼອດໄປ.
ກ່ອນໜ້ານີ້, ຂ້າພະເຈົ້າໄດ້ມີໂອກາດໄປຢ້ຽມຢາມມະຫາວິທະຍາໄລຊົນເຜົ່າຢຸນນານ, ຂ້າພະເຈົ້າໄດ້ເຫັນນັກສຶກສາຊາວຈີນຈຳນວນຫຼາຍ ກຳລັງພາກັນຕັ້ງໃຈຮ່ຳຮຽນພາສາລາວຢ່າງດຸໝັ່ນ, ໃນເວລານັ້ນ ພາຍໃນຈິດໃຈຂອງຂ້າພະເຈົ້າແມ່ນເຕັມໄປດ້ວຍຄວາມພາກພູມໃຈ ແລະ ຊື່ນຊົມ ຢ່າງບອກບໍ່ຖືກ. ຂ້າພະເຈົ້າຮູ້ສຶກຄືກັບວ່າ ໄດ້ເຫັນພາບຂອງຕົນເອງໃນເມື່ອກ່ອນ, ແຕ່ສິ່ງທີ່ຕ່າງກັນກໍຄື: ໃນສະໄໝນັ້ນ ແມ່ນພວກເຮົາທີ່ເດີນທາງມາຮຽນຢູ່ຈີນ, ແຕ່ໃນປັດຈຸບັນ ຊາວໜຸ່ມຈີນພັດເປັນຝ່າຍມີຄວາມຫ້າວຫັນ ໃນການຊອກຮຽນຮູ້ພາສາ ແລະ ວັດທະນະທຳລາວ. ສິ່ງນີ້ເຮັດໃຫ້ຂ້າພະເຈົ້າຮູ້ສຶກຢ່າງເລິກເຊິ່ງວ່າ: ການຮ່ວມມື ລະຫວ່າງ ລາວ-ຈີນ ບໍ່ແມ່ນ
ພຽງແຕ່ເປັນວຽກງານລະຫວ່າງລັດຖະບານເທົ່ານັ້ນ, ແຕ່ມັນໄດ້ຢັ່ງຮາກລົງເລິກເຖິງ ໃນດວງໃຈຂອງຊາວໜຸ່ມທັງສອງຊາດຢ່າງແທ້ຈິງ. ບໍ່ວ່າຈະແມ່ນໃນຂົງເຂດທາງລົດໄຟ, ການຄ້າ, ການສຶກສາ ຫຼື ວັດທະນະທຳ, ຊາວໜຸ່ມສອງຊາດ ພ້ອມນຳ
ໃຊ້ວິທີການຂອງຕົນເອງ ເພື່ອສືບຕໍ່ສາຍໃຍມິດຕະພາບນີ້ໃຫ້ໝັ້ນຄົງຍືນຍົງຕະ
ຫຼອດໄປ, ເຊິ່ງນີ້ແມ່ນພາບທີ່ຂ້າພະເຈົ້າປາຖະໜາຢາກເຫັນທີ່ສຸດ.
ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ ນີ້, ຂ້າພະເຈົ້າຢາກບອກກັບຊາວໜຸ່ມທັງສອງຊາດວ່າ: ມິດຕະພາບ ລາວ-ຈີນ ບໍ່ໄດ້ເກີດຂຶ້ນມາຈາກມືເປົ່າ, ແຕ່ມັນແມ່ນໝາກຜົນແຫ່ງການຖະໜອມຫົດສົງດ້ວຍຄວາມຈິງໃຈ, ດ້ວຍຄວາມໄວ້ເນື້ອເຊື່ອໃຈ ແລະ ການເສຍສະຫຼະອັນສູງສົ່ງ ຂອງການນຳຮຸ່ນກ່ອນ ກໍຄືປະຊາຊົນຮຸ່ນກ່ອນ ທີ່ໄດ້ຜ່ານຜ່າການທົດສອບແຫ່ງແປວໄຟສົງຄາມມາດ້ວຍກັນ. ຊາວໜຸ່ມຄົນຮຸ່ນໃໝ່ ບໍ່ພຽງ
ແຕ່ແມ່ນຜູ້ສືບທອດມິດຕະພາບນີ້ເທົ່ານັ້ນ, ແຕ່ຍັງຈະແມ່ນຜູ້ບຸກເບີກອະນາຄົດໃຫ້ກ້າວໄກກວ່າເກົ່າ. ຂໍໃຫ້ພວກລູກຫຼານທັງຫຼາຍ ຈົ່ງຮັກສາອຸດົມການອັນບໍລິສຸດຜຸດຜ່ອງຂອງຄົນຮຸ່ນກ່ອນ, ໃຫ້ຈົດຈຳປະຫວັດສາດແຫ່ງການຮ່ວມທຸກຮ່ວມສຸກ, ແລະ ສ້າງຈິດສຳນຶກໃນການຖະໜອມຮັກມິດຕະພາບ ແລະ ຮັກຫອມສັນຕິພາບໃຫ້ໝັ້ນຄົງ, ເພື່ອເຮັດໃຫ້ຈຳປາເບັ່ງບານຕະຫຼອດການ ແລະ ເຮັດໃຫ້ມິດຕະພາບ ລາວ-ຈີນ ຍື່ນຍົງໝັ້ນຄົງຊົ່ວລູກຊົ່ວຫຼານຕະຫຼອດໄປ.