ໂຄງການເຊື່ອມຕໍ່ສາຍສົ່ງໄຟຟ້າ 500 kV ລາວ-ຈີນ ເປີດນຳໃຊ້ຢ່າງເປັນທາງການ
ວັນທີ 20 ເມສາ, ໂຄງການຕາຂ່າຍໄຟຟ້າຂ້າມຊາດທີ່ມີຂະໜາດການກໍ່ສ້າງໃຫຍ່ທີ່ສຸດ ແລະ ລະດັບແຮງດັນໄຟຟ້າສູງທີ່ສຸດ ລະຫວ່າງສອງປະເທດລາວ-ຈີນ —— ໂຄງການເຊື່ອມໂຍງລະບົບໄຟຟ້າ 500 kV ລາວ-ຈີນ ໄດ້ເປີດນໍາໃຊ້ແລ້ວ. ນັບແຕ່ນັ້ນມາ, ຄວາມສາມາດໃນການຊ່ວຍເຫຼືອເຊິ່ງກັນ ແລະ ກັນດ້ານພະລັງງານໄຟຟ້າລາວ-ຈີນ ໄດ້ຍົກລະດັບຈາກ 50000 kW ເປັນ 1.5 ລ້ານ kW, ແຕ່ລະປີສາມາດສົ່ງພະລັງງານໄຟຟ້າສະອາດປະມານ 3 ຕື້ kWh, ເຊິ່ງທຽບເທົ່າກັບການຫຼຸດຜ່ອນການປ່ອຍອາຍກາກບອນໄດອອກໄຊປະມານ 2.5 ລ້ານໂຕນ, ຊ່ວຍລາວໃນການຫັນປ່ຽນເປັນສີຂຽວ, ເປັນການສະໜັບສະໜູນຢ່າງແຂງແຮງໃຫ້ລາວ ແລະ ຈີນ ບັນລຸ ການຈັດສັນດ້ານພະລັງງານສະອາດຢ່າງເໝາະສົມໃນຂອບເຂດທີ່ກວ້າງຂວາງກວ່າ ແລະ ຂະໜາດໃຫຍ່ກວ່າ, ສ້າງພະລັງຂັບເຄື່ອນສີຂຽວ ຢ່າງແຂງແຮງໃຫ້ແກ່ສອງປະເທດໃນການລົງເລິກການຮ່ວມມືດ້ານໄຟຟ້າ, ຊຸກຍູ້ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ແລະ ຄວາມຈະເລີນຮຸ່ງເຮືອງຮ່ວມກັນໃນພາກພື້ນ.

ປີນີ້ແມ່ນຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລາວ-ຈີນ ແລະ ເປັນ "ປີມິດຕະພາບລາວ-ຈີນ" . ໃນຖານະທີ່ເປັນໂຄງການໃຫຍ່ທີ່ຖືກບັນຈຸເຂົ້າໃນແຜນແມ່ບົດສ້າງຄູ່ຮ່ວມຊະຕາກໍາລາວ-ຈີນ, ໂຄງການເຊື່ອມໂຍງລະບົບໄຟຟ້າ 500 kV ລາວ-ຈີນ ແມ່ນອີກໜຶ່ງຜົນສໍາເລັດອັນພົ້ນເດັ່ນຂອງສອງປະເທດໃນການລົງເລິກການຮ່ວມມືຢ່າງແທ້ຈິງ ແລະ ຮ່ວມກັນສ້າງ "ໜຶ່ງແລວໜຶ່ງເສັ້ນທາງ" ດ້ວຍຄຸນນະພາບສູງສືບຕໍ່ຈາກທາງລົດໄຟລາວ-ຈີນ. ໂຄງການເຊື່ອມໂຍງລະບົບໄຟຟ້າ 500 kV ລາວ-ຈີນ ໄດ້ເລີ່ມກໍ່ສ້າງໃນ ວັນທີ 26 ກຸມພາ 2025, ສາຍສົ່ງໄຟຟ້າມີຄວາມຍາວທັງໝົດ 177.5 km, ໃນນັ້ນພາກຈີນ 145 km, ພາກລາວ 32.5 km, ເຊື່ອມຕໍ່ແຂວງອຸດົມໄຊ, ແຂວງຫຼວງນ້ຳທາ ສປປ ລາວ ແລະ ແຂວງຢຸນນານ ສປ ຈີນ, ໄດ້ສ້າງສະຖານີໄຟຟ້າ 500 kV ໃໝ່ 1 ແຫ່ງໃນປະເທດລາວ,ກໍ່ສ້າງສາຍສົ່ງໄຟຟ້າ 230 kV ຈໍານວນ 2 ວົງຈອນ ເຊື່ອມຕໍ່ກັບຕາຂ່າຍໄຟຟ້າຫຼັກຢູ່ພາກເໜືອຂອງລາວ. ພາກຈີນ ແລະ ພາກລາວຂອງໂຄງການແມ່ນໄດ້ຮັບການກໍ່ສ້າງ ແລະ ການດຳເນີນງານໂດຍບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ ແລະ ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ(EDL-T) ຕາມລໍາດັບ.

ທັງສອງຝ່າຍລາວ-ຈີນ ໄດ້ຮ່ວມມືກັນຢ່າງແໜ້ນແຟ້ນ, ໂດຍນໍາເອົາພາກປະຕິບັດການຄຸ້ມຄອງ ESG ເຊື່ອມເຂົ້າໃນວົງຈອນຊີວິດທັງໝົດຂອງ ໂຄງ ການເຊື່ອມໂຍງລະບົບໄຟຟ້າ 500 kV ລາວ-ຈີນ, ເພື່ອສ້າງມາດຕະຖານໂຄງລ່າງພື້ນຖານສີຂຽວໃນພາກພື້ນ. ໂຄງການນີ້ໄດ້ປັບປຸງເສັ້ນທາງໃຫ້ເໝາະສົມຕັ້ງ ແຕ່ໄລຍະອອກແບບ, ໂດຍຫຼີກລ່ຽງເຂດອະນຸລັກ ແລະ ເຂດຊຸມຊົນ, ປົກປັກຮັກສາປ່າໄມ້ໄດ້ປະມານ 170.4 ເຮັກຕາ. ໃນຂະບວນການກໍ່ສ້າງ, ໄດ້ນໍາໃຊ້ຮູບແບບການຂົນສົ່ງແບບປະສານງານ ທີ່ເປັນການປະດິດສ້າງໃໝ່ຄື "ຍົນເຮລີຄອບເຕີ + ໂດຣນ", ໂດຍມີ ໂດຣນ 30 ກວ່າລໍາ ແລະ ຍົນເຮລີຄອບເຕີ 2 ລໍາ ປະກອບເປັນ ການຈັດຮູບແບບບິນທາງອາກາດ, ລວມປະລິມານການຂົນສົ່ງຫຼາຍກວ່າ 5000 ໂຕນ, ການລົບກວນລະບົບນິເວດຫຼຸດລົງຫຼາຍກວ່າ 90%.

ທັງສອງຝ່າຍລາວ-ຈີນ ໄດ້ຖືເອົາການຫັນເປັນດິຈິຕອນ ແລະ ອັດສະລິຍະເປັນເຄື່ອງຈັກຂັບເຄື່ອນ, ຜ່ານການກໍ່ສ້າງສະຖານທີ່ກໍ່ສ້າງອັດສະລິຍະ, ຊຸກຍູ້ການຫັນປ່ຽນຈາກໂຄງລ່າງພື້ນຖານແບບດັ້ງເດີມໄປສູ່ໂຄງລ່າງພື້ນຖານອັດສະລິຍະ. ໃນພາກລາວ, ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ ໄດ້ນໍາເຂົ້າເຕັກໂນໂລຊີຂອງຕາຂ່າຍໄຟຟ້າພາກໃຕ້ຈີນ, ພັດທະນາລະບົບສະຖານທີ່ກໍ່ສ້າງ ອັດສະລິຍະສະບັບລາວ, ດຳເນີນການຄຸ້ມຄອງຕິດຕາມແບບເຄື່ອນໄຫວຕໍ່ຂະບວນການເຮັດວຽກ ແລະ ພື້ນທີ່ກໍ່ສ້າງທີ່ສໍາຄັນ, ຊຸກຍູ້ການກໍ່ສ້າງດ້ວຍກົນຈັກ, ເຊິ່ງໄດ້ຫຼຸດຜ່ອນຄວາມສ່ຽງດ້ານຄວາມປອດໄພ ແລະ ຍົກສູງປະສິດທິພາບໃນການກໍ່ສ້າງ. ໃນພາກຈີນ, ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ ໄດ້ດຳເນີນການດັດແປງໃຫ້ເປັນອັດສະລິຍະ ຕໍ່ເຄື່ອງຈັກກໍ່ສ້າງ, ສົມທົບກັບການນໍາທາງເປີຍໂຕ ແລະ ເຕັກໂນໂລຊີກວດຈັບ IoT ເພື່ອບັນລຸການຄວບຄຸມທຸກປັດໄຈ ໃນການກໍ່ສ້າງ, ສ້າງຕາຂ່າຍກວດຈັບແບບພາໂນຣາມິກ (Panoramic) ແບບເວລາຈິງສໍາລັບແລວສາຍສົ່ງ, ຢູ່ທີ່ສະຖານີໄຟຟ້າ 500 kV ສິບສອງພັນນາ, ໄດ້ນໍາເອົາຫຸ່ນຍົນໝາ ແລະ ໂດຣນເຂົ້າມາໃຊ້, ເຮັດໃຫ້ ວຽກງານການກວດຮັບມີທັງຄວາມຊັດເຈນ ແລະ ມີປະສິດທິພາບສູງ.

ໃນຂະບວນການກໍ່ສ້າງໂຄງການ,ທັງສອງຝ່າຍລາວ-ຈີນໄດ້ຍຶດໝັ້ນຄວາມສໍາຄັນເທົ່າທຽມກັນລະຫວ່າງ "ການນໍາໃຊ້ແຮງງານທ້ອງຖິ່ນ" ແລະ "ການຄຸ້ມຄອງແບບມືອາຊີບ", ໂດຍໄດ້ຈ້າງພະນັກງານລາວລວມທັງໝົດ 500 ກວ່າຄົນ. ໃນດ້ານການສ້າງຄວາມສາມາດ, ໂຄງການ ໄດ້ດຳເນີນການຝຶກອົບຮົມສີມືແຮງງານ ແລະ ການຝຶກຊ້ອມປະຕິບັດຕົວຈິງຢ່າງກວ້າງຂວາງ, ເຊິ່ງສໍາເລັດການຍົກລະດັບສີມືແຮງງານຫຼາຍກວ່າ 1600 ເທື່ອຄົນ, ໄດ້ສ້າງ ທີມງານບຸກຄະລາກອນໄຟຟ້າທ້ອງຖິ່ນໜຶ່ງທີມ. ນອກນີ້, ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ ແລະ ບໍລິ ສັດສາຍສົ່ງໄຟຟ້າແຫ່ງຊາດລາວ ໂດຍອີງໃສ່ຫ້ອງທົດລອງຮ່ວມເຕັກໂນໂລຊີລະ ບົບໄຟຟ້າຮູບແບບໃໝ່ ລາວ-ຈີນ, ໄດ້ປະສານສົມທົບໃນການຊຸກຍູ້ການຄົ້ນຄວ້າເຕັກໂນໂລຊີ ແລະ ການສ້າງບຸກຄະລາກອນ, ເພື່ອສືບຕໍ່ຍົກລະດັບຄວາມສາມາດ ທາງດ້ານເຕັກນິກຂອງໄຟຟ້າລາວໃນທ້ອງຖິ່ນ. ທັງສອງຝ່າຍລາວ-ຈີນ ຍັງໄດ້ຮ່ວມມືກັບ ມະຫາວິທະຍາໄລວິທະຍາສາດ ແລະ ເຕັກໂນໂລຊີຄຸນໝິງ, ສະຖາບັນຂົງຈື້ ມະຫາວິທະຍາໄລສຸພານຸວົງ ສປປ ລາວ, ຮ່ວມກັນຮຽບຮຽງ "ວັດຈະນານຸກົມການນໍາໃຊ້ເຕັກນິກວິສະວະກໍາໄຟຟ້າ ສະບັບສອງພາສາຈີນ-ລາວ" ເພື່ອແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານຄວາມແຕກຕ່າງຂອງພາສາ ແລະ ມາດຕະຖານ.
ໂຄງການຍາມໃດກໍ່ຍຶດໝັ້ນວ່າ "ໂຄງການກໍ່ສ້າງໄປຮອດໃສ, ໂຄງການເພື່ອຊີວິດການເປັນຢູ່ຂອງປະຊາຊົນແບບ 'ນ້ອຍແຕ່ງາມ' ກໍ່ຈະສ້າງໄປຮອດນັ້ນ". ໃນໄລຍະການກໍ່ສ້າງ, ໂຄງການໄດ້ໃຫ້ບຸລິມະສິດໃນການຈັດຊື້ວັດສະດຸທ້ອງຖິ່ນ, ສ້າງການຮ່ວມມື ທີ່ໝັ້ນຄົງກັບບໍ່ຫີນ ແລະ ບໍລິສັດໃຫ້ເຊົ່າເຄື່ອງຈັກຫຼາຍແຫ່ງຂອງລາວ, ເຊິ່ງເປັນການຊຸກຍູ້ການຈ້າງງານໃນທ້ອງຖິ່ນ ແລະ ການພັດທະນາອຸດສາຫະກໍາທີ່ກ່ຽວຂ້ອງໂດຍກົງ. ເມື່ອທີມງານໂຄງການພົບວ່າບາງພື້ນທີ່ ຂອງເມືອງນາໝໍ້ມີບັນຫາການລະບາຍນ້ຳທີ່ບໍ່ສະດວກ, ຈຶ່ງໄດ້ລິເລີ່ມຕິດຕໍ່ພົວພັນກັບອຳນາດການປົກຄອງທ້ອງຖິ່ນ,ໄດ້ບໍລິຈາກ ແລະ ເຂົ້າຮ່ວມໃນການປັບປຸງລະບົບລະບາຍນ້ຳຕາມເສັ້ນທາງ, ເຊິ່ງສາມາດຫຼຸດຜ່ອນຄວາມສ່ຽງນ້ຳຖ້ວມຂັງຈາກຝົນຕົກໄດ້ຢ່າງມີປະສິດທິຜົນ, ປັບປຸງສະພາບແວດລ້ອມການດໍາລົງຊີວິດຂອງປະຊາຊົນໃນຊຸມຊົນຢ່າງແທ້ຈິງ.
ໃນເດືອນທັນວາ 2025, ຢູ່ເຂດຊາຍແດນລາວ-ຈີນ ທີ່ບ້ານນາໝໍ້ໃຕ້ ສປປ ລາວ, ໂຮງຮຽນປະຖົມແຫ່ງໃໝ່ໄດ້ເປີດນໍາໃຊ້. ໃນຖານະທີ່ເປັນໂຄງການຍ່ອຍທີ່ກ່ຽວຂ້ອງກັບຊີວິດການເປັນຢູ່ ຂອງປະຊາຊົນ ຂອງໂຄງການເຊື່ອມໂຍງລະບົບໄຟຟ້າ 500 kV ລາວ-ຈີນ, ໂຮງຮຽນແຫ່ງນີ້ທີ່ມີເນື້ອທີ່ 3185㎡ ແມ່ນໄດ້ຮັບການບໍລິຈາກທຶນກໍ່ສ້າງໂດຍ ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ, ເພື່ອປັບປຸງເງື່ອນໄຂການຮຽນຂອງນັກຮຽນໃນທ້ອງຖິ່ນ. ໃນເດືອນດຽວກັນ, ຫ້ອງສະໝຸດປະສົມຄວາມຮູ້ ແລະ ການປະຕິບັດຕົວຈິງຂອງຕາຂ່າຍໄຟຟ້າພາກໃຕ້ 5 ຫ້ອງ ທີ່ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ ໄດ້ຊ່ວຍເຫຼືອສ້າງ, ໄດ້ມອບຮັບ ແລະ ເປີດນໍາໃຊ້ຢ່າງເປັນທາງການຢູ່ລາວ, ເຊິ່ງແຈກຢາຍຢູ່ 5 ແຫ່ງຂອງໂຮງ ຮຽນບໍລິເວນໃກ້ຄຽງໂຄງການເຊື່ອມໂຍງລະບົບໄຟຟ້າ 500 kV ລາວ-ຈີນ ຢູ່ນາໝໍ້ ແລະ ທີ່ນະຄອນຫຼວງວຽງຈັນ ສປປ ລາວ. ຫ້ອງສະໝຸດໄດ້ປະກອບມີປຶ້ມສອງພາສາລາວ ແລະ ຈີນ, ອຸປະກອນການອ່ານອັດສະລິຍະ, ໂດຍນໍາໃຊ້ອຸປະກອນທີ່ປະຢັດ ພະລັງງານ ແລະ ເປັນມິດກັບສິ່ງແວດລ້ອມ, ເພື່ອສະໜອງພື້ນທີ່ການອ່ານທີ່ທັນສະໄໝໃຫ້ແກ່ນັກຮຽນ. ນອກຈາກການກໍ່ສ້າງສິ່ງອຳນວຍ ຄວາມສະດວກດ້ານຮາດແວແລ້ວ, ທີມງານໂຄງການຍັງໄດ້ມຸ່ງໝັ້ນໃນການເຕີມເຕັມຊ່ອງຫວ່າງໃນການບໍລິການສັງຄົມອີກດ້ວຍ. ພາຍໃຕ້ການສະໜັບສະໜູນຂອງ ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ, ປະເທດລາວໄດ້ເປີດລາຍການຂ່າວພາບ ແລະ ສຽງພາສາມືເປັນຄັ້ງທຳອິດ, ເຮັດໃຫ້ຜູ້ພິການທາງຫູ 80000 ຄົນ ຂອງປະເທດລາວສາມາດ"ເຫັນ"ໂລກໄດ້. ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ ຍັງໄດ້ເຊີນ ຜູ້ອຳນວຍການໂຮງຮຽນຜູ້ພິການທາງຫູ "ມືແຫ່ງຄວາມຫວັງ" ພ້ອມດ້ວຍຄະນະໄດ້ເດີນ ທາງໄປກວາງໂຈວ ສປ ຈີນ ເພື່ອຮຽນຮູ້ແນວຄວາມຄິດ ແລະ ວິທີການໃນການສຶກສາສໍາລັບຜູ້ພິການທາງຫູ.
ຂັ້ນຕອນຕໍ່ໄປ, ບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ ແລະ ບໍລິສັດ ສາຍສົ່ງໄຟຟ້າແຫ່ງຊາດລາວ ຈະຖືເອົາການເປີດນໍາໃຊ້ໂຄງການນີ້ເປັນຈຸດເລີ່ມຕົ້ນໃໝ່, ຮ່ວມມືກັນຊຸກຍູ້ເຕັກໂນໂລຊີ, ອຸປະກອນທີ່ກ້າວໜ້າ ເພື່ອຮັບໃຊ້ການຍົກລະດັບຕາຂ່າຍໄຟຟ້າຂອງລາວ ແລະ ການຫັນປ່ຽນດ້ານພະລັງງານໃຫ້ດີຂຶ້ນ, ລົງເລິກການເຊື່ອມໂຍງດ້ານພະລັງງານໄຟຟ້າໃນພາກພື້ນ, ປະກອບສ່ວນອັນໃໝ່ທີ່ໃຫຍ່ຫຼວງກວ່າເກົ່າເຂົ້າໃນການສ້າງ ຄູ່ຮ່ວມຊະຕາກໍາລາວ-ຈີນ ທີ່ມີມາດຕະຖານສູງ, ຄຸນນະພາບສູງ ແລະ ລະດັບສູງ.