
ວັນທີ 15 ເມສານີ້,ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ ປະທານປະເທດຈີນໄດ້ພົບປະເຈລະຈາກັບທ່ານໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຫວຽດນາມ ປະທານປະເທດຫວຽດນາມທີ່ມາຢ້ຽມຢາມຈີນທາງລັດຖະກິດຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ.

ທ່ານສີຈິ້ນຜິງໄດ້ສະແດງຄວາມຊົມເຊີຍອີກຄັ້ງຕໍ່ ທ່ານໂຕເລິມທີ່ໄດ້ຮັບເລືອກຕັ້ງເປັນປະທານປະເທດຫວຽດນາມ.
ທ່ານສີຈິ້ນຜິງເນັ້ນໜັກວ່າ:ການນຳພາຂອງພັກແມ່ນລັກສະນະທີ່ເປັນທາດແທ້ທີ່ສຸດ ແລະ ທ່າແຮງໃຫຍ່ທີ່ສຸດຂອງສັງຄົມນິຍົມ.ການປົກປ້ອງລະບອບສັງຄົມນິຍົມ ແລະ ຖານະການກຳອຳນາດຂອງພັກຄອມມູນິດ ແມ່ນຜົນປະໂຫຍດດ້ານຍຸດທະສາດຮ່ວມໃຫຍ່ທີ່ສຸດຂອງສອງພັກຈີນ-ຫວຽດນາມ.ສອງຝ່າຍຕ້ອງຮັກສາສະຕິທາງຍຸດທະສາດໃນລະດັບສູງ ແລະ ຄວາມທຸ່ນທ່ຽງຍຸດທະສາດອັນແຂງແຮງ,ມີຄວາມໝັ້ນໃຈຕົນເອງໃນດ້ານເສັ້ນທາງ ແລະ ດ້ານລະບອບຢ່າງເດັດດ່ຽວ ແລະ ສະເໝີຕົ້ນສະເໝີປາຍ,ຍຶດໝັ້ນປະຕິຮູບແຕ່ບໍ່ປ່ຽນທິດທາງ ແລະ ບໍ່ປ່ຽນສີ
ທ່ານໂຕເລິມກ່າວວ່າ:ນີ້ແມ່ນການຢ້ຽມຢາມຕ່າງປະເທດເທື່ອທຳອິດ ຫຼັງຈາກຂ້າພະເຈົ້າໄດ້ຮັບເລືອກຕັ້ງເປັນປະທານປະເທດຫວຽດນາມ ແລະ ຍັງເປັນການຄົບຮອບ 1 ປີໃນການຢ້ຽມຢາມຫວຽດນາມຄັ້ງປະວັດສາດຂອງທ່ານເລຂາທິການໃຫຍ່ສີຈິ້ນຜິງ ເຊິ່ງສະທ້ອນໃຫ້ເຫັນຢ່າງເຕັມທີ່ເຖິງຄວາມເວົ້າຂອງສະຫາຍເລຂາທິການໃຫຍ່ທີ່ວ່າ“ເພື່ອນບ້ານໃກ້ຄຽງຍິ່ງໄປຫາສູ່ກັນຍິ່ງສະໜິດສະໜົມ”.ຫວຽດນາມສະໜັບສະໜູນຂໍ້ລິເລິ່ມການພັດທະນາທົ່ວໂລກ,ຂໍ້ລິເລິ່ມຄວາມໝັ້ນຄົງທົ່ວໂລກ,ຂໍ້ລິເລິ່ມອະລິຍະທຳທົ່ວໂລກ ແລະ ຂໍ້ລິເລິ່ມການບໍລິຫານທົ່ວໂລກທີ່ສະເໜີໂດຍສະຫາຍເລຂາທິການໃຫຍ່ສີຈິ້ນຜິງ,ຍິນດີຮ່ວມກັບຈີນຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ.