中文 English {{ activeLangText || 'Languages' }} {{ item.text }}
ຢຸນນານ ເກິ່ງໝ່າ: ແຕ້ມຮູບທ້ອງຖິ່ນໃສ່ກະຕ່າໄມ້ໄຜ່
ວັດທະນະທໍາ ແລະ ການທ່ອງທ່ຽວ > ເນື້ອຫາ

ຢຸນນານ ເກິ່ງໝ່າ: ແຕ້ມຮູບທ້ອງຖິ່ນໃສ່ກະຕ່າໄມ້ໄຜ່

By QinXuedan|
分享到Facebook

ກະຕ່າໄມ້ໄຜ່ສານແບບງ່າຍໆ, ເຊິ່ງເດີມເປັນເຄື່ອງໃຊ້ທົ່ວໄປໃນຊີວິດປະຈຳວັນຂອງຊາວກະສິກອນ, ຢູ່ເມືອງເມີງຊາ, ເມືອງເກິ່ງໝ້າ, ແຂວງຫຼິນຊາງ, ຢຸນນານ, ຄົນທ້ອງຖິ່ນໄດ້ນຳໃຊ້ໄມ້ໄຜ່ເປັນພື້ນຖານ ແລະ ສີສັນເປັນນ້ຳໝຶກ, ແຕ້ມພາບຊີວິດປະຈຳວັນຂອງບ້ານເຮືອນໃສ່ກະຕ່າໄມ້ໄຜ່.

ກະຕ່າໄມ້ໄຜ່ຕ້ອງຜ່ານ 6 ຂັ້ນຕອນຄື: ການຄັດເລືອກວັດຖຸດິບ, ການຂັດ, ການທາກາວ, ການແຕ້ມເສັ້ນ, ການທາສີ ແລະ ການເຄືອບເງົາ ຈຶ່ງຈະສາມາດແຕ້ມຮູບໄດ້. ບັນດານັກແຕ້ມມັກສີທີ່ເຂັ້ມຂຸ້ນ ແລະ ເຕັມອີ່ມ, ປະສົມສີຢ່າງກ້າຫານ, ຈັດວາງຮູບແບບງ່າຍໆ, ບັນທຶກພາບເຮືອນໄມ້ໄຜ່ຂອງຊາວໄຕ, ກອງໄມ້ຂອງຊາວວາ, ງານບຸນສົງນ້ຳ, ການອອກແຮງງານຢູ່ສວນຊາ, ແລະ ຊີວິດປະຈຳວັນຂອງບ້ານເຮືອນ, ພ້ອມທັງແຕ້ມພາບວັດທະນະທຳຂອງຫຼາຍຊົນເຜົ່າເຊັ່ນ: ໄຕ, ວາ, ແລະ ບູລັງ ໃສ່ກະຕ່າໄມ້ໄຜ່. ຢູ່ບ້ານມັງຈຽນ, ບ້ານອົງດາ ແລະ ບ້ານອື່ນໆໃນເມືອງເມີງຊາ, ຮູບແຕ້ມກະຕ່າໄມ້ໄຜ່ທີ່ມີສີສັນສົດໃສໄດ້ຖືກແຂວນເຕັມຮົ້ວ, ກາຍເປັນທິວທັດທີ່ໂດດເດັ່ນໃນຊົນນະບົດ.

ຊ່າງຝີມືໜຸ່ມທ້ອງຖິ່ນ ທ່ານ ຕົງ ຢຸນຈຽງ ໄດ້ຄົ້ນຄວ້າ ແລະ ສ້າງສັນຜົນງານແຕ້ມຮູບກະຕ່າໄມ້ໄຜ່ມາຫຼາຍປີ, ລາວໄດ້ນຳເອົາຄວາມອົບອຸ່ນຂອງບ້ານເກີດມາສູ່ຜົນງານຂອງລາວ, ໃຊ້ຟອຍແຕ້ມຮູບ(ພູ່ກັນແຕ້ມຮູບ)ເພື່ອເກັບກຳຄວາມຊົງຈຳຂອງບ້ານເກີດ, ບໍ່ພຽງແຕ່ແຕ້ມຮູບໃສ່ກະຕ່າໄມ້ໄຜ່ເທົ່ານັ້ນ, ແຕ່ຍັງແຕ້ມຮູບໃສ່ຝາເຮືອນນອກບ້ານນຳອີກ. ທີມງານສ້າງສັນທີ່ມີລາວເປັນຫຼັກ, ໄດ້ຊ່ວຍໃຫ້ຊາວບ້ານຫຼາຍກວ່າສິບຄົນມີວຽກເຮັດງານທຳໃກ້ບ້ານ, ພັດທະນາຜະລິດຕະພັນວັດທະນະທຳ ແລະ ສ້າງສັນຫຼາຍກວ່າສາມສິບແບບ, ເຮັດໃຫ້ຮູບແຕ້ມກະຕ່າໄມ້ໄຜ່ກາຍເປັນອຸດສາຫະກຳພິເສດທີ່ຊ່ວຍເພີ່ມລາຍໄດ້ໃຫ້ແກ່ຊາວບ້ານ.