中文 English {{ activeLangText || 'Languages' }} {{ item.text }}
ການປ່ຽນແປງລະບົບຕ່ອງໂສ້ການສະໜອງ ແລະ ການພັດທະນາການຜະລິດພາຍ ໃນປະເທດທີ່ຢູ່ເບື້ອງຫຼັງ “ໝາກຖົ່ວລຽນເສລີ” ຂອງຈີນ
ຂ່າວ > ເນື້ອຫາ

ການປ່ຽນແປງລະບົບຕ່ອງໂສ້ການສະໜອງ ແລະ ການພັດທະນາການຜະລິດພາຍ ໃນປະເທດທີ່ຢູ່ເບື້ອງຫຼັງ “ໝາກຖົ່ວລຽນເສລີ” ຂອງຈີນ

By QinXuedan|
分享到Facebook

ໃນວັນທີ 10 ພຶດສະພາ 2026, ທີ່ຕະຫລາດຂາຍຍົກໝາກໄມ້ ຈີນໝ່າເຈີ້ງຊາງ ນະຄອນຄຸນໝິງ, ລາຄາໝາກຖົ່ວລຽນທີ່ເຄີຍຖືກເອີ້ນວ່າ “ໝາກໄມ້ຊັ້ນສູງ” ໄດ້ກາຍ
ເປັນລາຄາທີ່ເຂົ້າເຖິງໄດ້ຫລາຍຂຶ້ນ. ລາຄາໝາກຖົ່ວລຽນໝອນທອງ ໄດ້ຫລຸດລົງເຖິງ 28 ຢວນຕໍ່ກິໂລຂຶ້ນໄປ, ໃນຂະນະທີ່ແພລັດຟອມອີຄອມເມີຊ ຍັງມີໂປຣໂມຊັນຊື້ໝາກຖົ່ວລຽນ 2 ກິໂລຂຶ້ນໄປ ໃນລາຄາ 129 ຢວນທີ່ລວມທັງຄ່າສົ່ງ. ໝາກໄມ້ເຂດຮ້ອນຊະນິດນີ້ ທີ່ໄດ້ຮັບຄວາມນິຍົມໃນປະເທດຈີນ ພວມຢູ່ໃນໄລຍະການປ່ຽນແປງລະບົບຕ່ອງໂສ້ການສະໜອງຢ່າງເລິກເຊິ່ງ. 

ລາຄາໝາກຖົ່ວລຽນທີ່ເປັນກັນເອງ, ກ່ອນອື່ນໝົດແມ່ນໄດ້ຮັບຜົນປະໂຫຍດຈາກການປັບປຸງຢ່າງວ່ອງໄວຂອງການຂົນສົ່ງຂ້າມຊາຍແດນ. ໃນກາງເດືອນເມສາ, ປະເທດໄທ ແລະ ມາເລເຊຍ ໄດ້ເຂົ້າສູ່ໄລຍະເວລາທີ່ໝາກຖົ່ວລຽນອອກສູ່ຕະຫຼາດຢ່າງຫຼວງຫຼາຍ. ຜ່ານ “ຂະບວນລົດໄຟຂົນສົ່ງສາຍເຢັນ” ຂອງທາງລົດໄຟລາວ-ຈີນ (ຄຸນໝິງ-ວຽງຈັນ), ໝາກຖົ່ວລຽນຈາກປະເທດໄທໃຊ້ເວລາພຽງ 26 ຊົ່ວໂມງກໍໄປຮອດຄຸນໝິງ. ຫຼັງຈາກນັ້ນ, ໝາກໄມ້ເຫຼົ່ານີ້ໄດ້ຖືກແຈກຢາຍໄປຫຼາຍກວ່າ 30 ເມືອງທົ່ວປະເທດຈີນເຊັ່ນ: ກວາງໂຈ່ວ, ຊຽງໄຮ, ເສິ່ນຢາງ ພາຍໃນ 48 ຊົ່ວໂມງ. ນອກຈາກທາງລົດໄຟແລ້ວ, ການຂົນສົ່ງທາງນໍ້າ ແລະ ທາງບົກກໍໄດ້ເລັ່ງພ້ອມກັນ. ດ່ານບໍ່ຫານ ໃນຢຸນນານ ໄດ້ປັບປຸງຂະບວນການຜ່ານດ່ານໃຫ້ດີຂຶ້ນ, ເຮັດໃຫ້ສາ
ມາດ “ຂົນຖ່າຍທັນທີທີ່ລົດມາເຖິງ” ແລະ “ກວດກາ ແລະ ປ່ອຍທັນທີ”. ດ້ວຍປະ
ສິດທິພາບການຂົນສົ່ງທີ່ເພີ່ມຂຶ້ນ ແລະ ການສູນເສຍທີ່ຫຼຸດລົງ, ໝາກຖົ່ວລຽນບໍ່ຈຳເປັນຕ້ອງໃຊ້ສານເລັ່ງການສຸກອີກຕໍ່ໄປ, ເຊິ່ງເຮັດໃຫ້ມີຄວາມສຸກແບບທຳມະ
ຊາດທີ່ດີຂຶ້ນ ແລະ ມີລົດຊາດດີຂຶ້ນ, ພ້ອມທັງຫຼຸດຜ່ອນຕົ້ນທຶນການຂົນສົ່ງໂດຍກົງ.

ຈີນເປັນຕະຫຼາດບໍລິໂພກໝາກຖົ່ວລຽນທີ່ໃຫຍ່ທີ່ສຸດໃນໂລກ. ນັບມາຮອດປີ
2025, ຈີນກວມອັດຕາສ່ວນຫຼາຍກວ່າ 90% ຂອງສ່ວນແບ່ງຕະຫຼາດບໍລິໂພກໝາກຖົ່ວລຽນທົ່ວໂລກ. ສະເພາະສອງເດືອນຕົ້ນປີນີ້, ມູນຄ່າການນຳເຂົ້າໝາກຖົ່ວລຽນຢູ່ດ່ານຊາຍແດນຕ່າງໆຂອງແຂວງຢຸນນານມີເຖິງ 2 ຕື້ 50 ລ້ານຢວນ, ເພີ່ມ
ຂຶ້ນ 351,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ຄວາມຮຽກຮ້ອງຕ້ອງການດ້ານຄຸນນະພາບສູງຂອງຜູ້ບໍລິໂພກຈີນ, ກຳລັງບັງຄັບໃຫ້ການຍົກລະດັບອຸດສາຫະ
ກຳໝາກຖົ່ວລຽນຢູ່ອາຊີຕາເວັນອອກສ່ຽງໃຕ້. ປະເທດໄທໄດ້ອອກກົດໝາຍຫ້າມການກະທຳຕ່າງໆເຊັ່ນ: “ໝາກທີ່ຍັງບໍ່ສຸກ, ມີສັດຕູພືດ, ປອມແປງຄຸນວຸດທິ, ຕື່ມສີຍ້ອມ” ແລະ ວິສາຫະກິດບາງແຫ່ງໄດ້ເລີ່ມສົ່ງເສີມແນວຄິດ “ໝາກສຸກເທິງຕົ້ນ” ພ້ອມທັງນຳໃຊ້ລະບົບການຄັດແຍກດ້ວຍ AI ແລະ ລະບົບຕິດຕາມກວດກາຕະ
ຫຼອດຂະບວນການ.

ເຖິງແມ່ນວ່າໝາກຖົ່ວລຽນທີ່ນຳເຂົ້າຈະເປັນທີ່ນິຍົມ, ແຕ່ການປູກໝາກຖົ່ວລຽນພາຍໃນປະເທດຈີນກໍກຳລັງບັນລຸຜົນສຳເລັດທີ່ໂດດເດັ່ນ, ເຮັດໃຫ້ "ໝາກຖົ່ວລຽນພາຍໃນປະເທດ" ກາຍເປັນສິ່ງທີ່ເປັນໄປໄດ້. ທ່ານ ອາວ ຜິງຊິງ, ຫົວໜ້າສູນຄົ້ນ
ຄວ້າອຸດສາຫະກຳໝາກຖົ່ວລຽນຂອງມະຫາວິທະຍາໄລກະສິກຳຢຸນນານ, ໄດ້ແນະນຳວ່າ: ຈີນໄດ້ນຳເຂົ້າໝາກຖົ່ວລຽນຕັ້ງແຕ່ປີ 1958, ຈົນຮອດປີ 2019 ຈຶ່ງໄດ້ບັນລຸ
ຜົນສຳເລັດໃນການທົດລອງປູກໃນຂະໜາດໃຫຍ່ຢູ່ແຂວງໄຫຫຼຳ. ໃນເດືອນເມສາ 2026, ຢູ່ເມືອງຈິນຜິງ, ກິ່ງແຂວງຫົງເຫີ, ຢຸນນານ, ຕົ້ນໝາກຖົ່ວລຽນໝອນທອງທີ່ໄດ້ຮັບການປູກຝັງມາເປັນເວລາ 8 ປີ ໄດ້ອອກໝາກແກ່ຕາມທຳມະຊາດເປັນຄັ້ງທຳອິດ (ນ້ຳໜັກ 3,7 ກິໂລ). ນອກຈາກນີ້, ຢູ່ເມືອງເມີງລາ, ກິ່ງແຂວງສິບສອງປັນນາ, ຕົ້ນໝາກຖົ່ວລຽນທີ່ມີຄວາມສູງ 12 ແມັດ ໄດ້ອອກໝາກແກ່ເຕັມທີ່ 16 ໜ່ວຍ. ສະຖາບັນວິທະຍາສາດພືດເຂດຮ້ອນຢຸນນານ ໄດ້ນຳເຂົ້າຫຼາຍກວ່າ 70 ຊະ
ນິດ ແລະ ດຳເນີນການຄົ້ນຄວ້າການຄັດເລືອກສາຍພັນທີ່ທົນທານຕໍ່ຄວາມໜາວ. ເຖິງແມ່ນວ່າຕົ້ນທຶນຂອງໝາກຖົ່ວລຽນພາຍໃນປະເທດຈີນຍັງຄົງສູງກວ່າໝາກຖົ່ວລຽນທີ່ນຳເຂົ້າໃນປັດຈຸບັນ, ແຕ່ດ້ວຍຄວາມກ້າວໜ້າທາງດ້ານເຕັກໂນໂລຊີ, ໃນອະນາຄົດຄາດວ່າຈະສາມາດປູກໝາກຖົ່ວລຽນພາຍໃນປະເທດຈີນທີ່ມີຄຸນນະ
ພາບດີໄດ້.

ຈາກການເລັ່ງລັດການຂົນສົ່ງສິນຄ້ານໍາເຂົ້າ, ການບັງຄັບໃຫ້ຕະຫຼາດຜູ້ບໍລິໂພກ, ຈົນເຖິງຄວາມກ້າວໜ້າທາງດ້ານວິທະຍາສາດ ແລະ ການຄົ້ນຄວ້າໃນການປູກຝັງພາຍໃນປະເທດ, ຈີນກໍາລັງປ່ຽນແປງລະບົບຕ່ອງໂສ້ການຜະລິດທັງໝົດ ເພື່ອເຮັດໃຫ້ "ກະສັດແຫ່ງໝາກໄມ້" ຊະນິດນີ້ເຂົ້າເຖິງຄອບຄົວເຮືອນຊານຂອງປະຊາຊົນທົ່ວໄປຢ່າງແທ້ຈິງ.