中文 English {{ activeLangText || 'Languages' }} {{ item.text }}
ເສັ້ນທາງບິນ ຄຸນໝິງ-ກັນກັດຕາ ປະເທດອິນເດຍ ຈະເປີດບໍລິການຄືນໃໝ່ໃນວັນທີ 18 ເມສານີ້
ຂ່າວ > ເນື້ອຫາ

ເສັ້ນທາງບິນ ຄຸນໝິງ-ກັນກັດຕາ ປະເທດອິນເດຍ ຈະເປີດບໍລິການຄືນໃໝ່ໃນວັນທີ 18 ເມສານີ້

By QinXuedan|
分享到Facebook

ເສັ້ນທາງບິນລະຫວ່າງ ນະຄອນຄຸນໝິງ ແລະ ນະຄອນກັນກັດຕາ ປະເທດອິນເດຍ ຈະເປີດບໍລິການຄືນໃໝ່ໃນວັນທີ 18  ເມສານີ້, ເຊິ່ງເປັນຂີດໝາຍສຳຄັນໃນການບຸກເບີກເຄືອຂ່າຍການບິນຂອງແຂວງຢຸນນານ ໄປສູ່ອາຊີໃຕ້.

ເສັ້ນທາງການບິນຄຸນໝິງ-ກັນກັດຕາ ແມ່ນໜຶ່ງໃນເສັ້ນທາງທີ່ສຳຄັນໃນຕະຫຼາດການບິນລະຫວ່າງຈີນ-ອິນເດຍ, ໄລຍະການບິນໂດຍກົງແມ່ນປະມານ 2 ຊົ່ວໂມງ45 ນາທີ, ໄລຍະທາງການບິນນີ້ ເຮັດໃຫ້ສະໜາມບິນສາກົນຄຸນໝິງ ຊາງຊຸຍກາຍເປັນສູນກາງທາງຜ່ານທີ່ສະດວກທີ່ສຸດຂອງຈີນ ເພື່ອເຊື່ອມຕໍ່ກັບພາກຕາເວັນອອກຂອງອິນເດຍ.

ເສັ້ນທາງນີ້ແມ່ນດຳເນີນງານໂດຍສາຍການບິນ ໄຊນ່າ ອີສເທີນ ແອລາຍ, ໂດຍມີ 6 ຖ້ຽວບິນຕໍ່ອາທິດ. ຖ້ຽວບິນຄຸນໝິງ-ກັນກັດຕາ ແມ່ນ MU555, ອອກເດີນ

ທາງໃນວັນຈັນ, ວັນພຸດ, ວັນພະຫັດ, ວັນສຸກ, ວັນເສົາ ແລະ ວັນອາທິດ; ຖ້ຽວບິນກັນກັດຕາຄຸນໝິງ ແມ່ນ MU556, ອອກເດີນທາງໃນວັນຈັນ, ວັນອັງຄານ, ວັນພະຫັດ, ວັນສຸກ, ວັນເສົາ ແລະ ວັນອາທິດ. ກັນກັດຕາ ແມ່ນນະຄອນເອກຂອງລັດບັງການຕາເວັນຕົກ ແລະ ເປັນເມືອງທີ່ສຳຄັນທີ່ສຸດໃນພາກຕາເວັນອອກຂອງອິນເດຍ. ພາຍຫຼັງທີ່ເປີດບໍລິການຄືນໃໝ່ແລ້ວ, ຈະສະໜອງຊ່ອງທາງການບິນທີ່ສະດວກກວ່າເກົ່າໃຫ້ແກ່ການຮ່ວມມືດ້ານເສດຖະກິດການຄ້າ, ການທ່ອງທ່ຽວວັດທະນະທຳ ແລະ ການໄປມາຫາສູ່ກັນລະຫວ່າງສອງພາກພື້ນ.