中文 English {{ activeLangText || 'Languages' }} {{ item.text }}
ບ້ານຫາດຄີບປະເທດລາວໄດ້ມີນ້ຳດື່ມທີ່ສະອາດປອດໄພແລ້ວ
ວາລະສານຈໍາປາ > ເນື້ອຫາ

ບ້ານຫາດຄີບປະເທດລາວໄດ້ມີນ້ຳດື່ມທີ່ສະອາດປອດໄພແລ້ວ

By QinXuedan|
分享到Facebook

ຢູ່ບ້ານຫາດຄີບ ແຂວງຫຼວງພະບາງ, ໃນເມື່ອກ່ອນ, ການຫານໍ້າດື່ມຂອງປະຊາຊົນແມ່ນລໍາບາກຫຼາຍ, ຍ້ອນວ່າແຕ່ບ້ານໄປຫາແຫຼ່ງນໍ້າທີ່ໃກ້ທີ່ສຸດຕ້ອງໃຊ້ເວລາໄປ-ກັບ 4 ຊົ່ວໂມງ. ຍ້ອນແຫຼ່ງນໍ້າຢູ່ໄກ, ການສະໜອງນໍ້າບໍ່ມີຄວາມໝັ້ນຄົງ, ປະຊາຊົນຈຶ່ງມັກດື່ມນໍ້າຫ້ວຍທີ່ບໍ່ໄດ້ຮັບການບໍາບັດ, ເຮັດໃຫ້ເກີດພະຍາດຖອກທ້ອງ, ພະຍາດໜິ້ວ ແລະ ອື່ນໆ.

ສະພາບດັ່ງກ່າວໄດ້ມີການປ່ຽນແປງໃນປີ 2021. ແຜນປະຕິບັດງານນໍ້າລ້ານຊ້າງ-ແມ່ນໍ້າຂອງ ທີ່ໄດ້ຮັບການສະໜັບສະໜູນຈາກກອງທຶນພິເສດການຮ່ວມມືລ້ານຊ້າງ-ແມ່ນໍ້າຂອງ ໂດຍ ສປ ຈີນ ໄດ້ຖືກຈັດຕັ້ງປະຕິບັດຢູ່ບ້ານຫາດຄີບ. ທີມງານໂຄງການໄດ້ສ້າງຈຸດຮັບນໍ້າ, ວາງທໍ່ນໍ້າ ແລະ ຕິດຕັ້ງເຄື່ອງກອງນໍ້າໃຫ້ແກ່ບ້ານ. ໃນເດືອນພຶດສະພາປີດຽວກັນ, ໂຄງການໄດ້ເປີດນໍາໃຊ້ຢ່າງເປັນທາງການ.

ປັດຈຸບັນ, ປະຊາຊົນພຽງແຕ່ຍ່າງ 5 ນາທີກໍສາມາດຮັບນໍ້າສະອາດຢູ່ສະຖານີສະໜອງນໍ້າຂອງບ້ານ. ທ່ານ ລໍສະຫວັນ ປະຊາຊົນບ້ານ ໄດ້ກ່າວວ່າ: ນໍ້ານີ້ສະອາດ, ດື່ມແລ້ວມີລົດຊາດຫວານ. ດຽວນີ້ການໄປເອົານໍ້າແມ່ນສະດວກສະບາຍຫຼາຍ, ດີໃຈແທ້ໆ. ທ່ານ ດາວັນ ປະຊາຊົນບ້ານ ອີກຄົນໜຶ່ງ ກໍໄດ້ຊົມເຊີຍວ່າ: ນໍ້າໄດ້ຜ່ານການກອງສະອາດແລ້ວ, ພວກຂ້ອຍດື່ມແລ້ວບໍ່ຖອກທ້ອງອີກ.

ໂຮງຮຽນປະຖົມຂອງບ້ານກໍໄດ້ຕິດຕັ້ງເຄື່ອງກອງນໍ້າ. ທ່ານ ວັນຄໍາ ຜູ້ອໍານວຍການໂຮງຮຽນ ໄດ້ເລົ່າວ່າ: ໃນເມື່ອກ່ອນ, ເວລາພັກຮຽນ, ນັກຮຽນມັກຈະອອກໄປນອກໂຮງຮຽນເພື່ອຊອກຫານໍ້າດື່ມ, ທັງບໍ່ສະດວກ ແລະ ສົ່ງຜົນກະທົບຕໍ່ການຈັດການຮຽນ-ການສອນ. ປັດຈຸບັນ, ພາຍໃນໂຮງຮຽນມີຈຸດເອົານໍ້າ, ນັກຮຽນສາມາດດື່ມນໍ້າສະອາດໄດ້ທຸກເວລາ, ສຸຂະພາບຮ່າງກາຍຂອງນັກຮຽນກໍດີຂຶ້ນຢ່າງຊັດເຈນ.

ທ່ານ ສຸວັນ ເລຂາພັກບ້ານຫາດຄີບ ແນະນໍາວ່າ: ປະຊາຊົນທັງໝົດ 800 ກວ່າຄົນໃນບ້ານໄດ້ຊົມໃຊ້ນໍ້າສະອາດ, ພະຍາດທີ່ເກີດຈາກບັນຫານໍ້າໄດ້ຫຼຸດລົງຢ່າງຈະແຈ້ງ, ທັງຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍໃນການປິ່ນປົວຂອງປະຊາຊົນ. ໃນຄວາມຄິດເຫັນຂອງທ່ານ, ໂຄງການນີ້ບໍ່ພຽງແຕ່ເປັນໂຄງການເພື່ອຊີວິດການເປັນຢູ່ຂອງປະຊາຊົນເທົ່ານັ້ນ, ແຕ່ຍັງສະແດງໃຫ້ເຫັນເຖິງນໍ້າໃຈການຮ່ວມມືຂ້າມຊາດທີ່ເປັນຮູບປະທໍາອີກດ້ວຍ.

ປີນີ້ແມ່ນປີທີ່ ສປປ ລາວ ແລະ ສປ ຈີນ ສ້າງຕັ້ງສາຍພົວພັນການທູດຄົບຮອບ 65 ປີ. ການປ່ຽນແປງຂອງບ້ານຫາດຄີບ ໄດ້ກາຍເປັນພາບສະທ້ອນອັນອົບອຸ່ນຂອງການຮ່ວມມືໃນລະດັບຮາກຖານລະຫວ່າງສອງປະເທດ.