中文 English {{ activeLangText || 'Languages' }} {{ item.text }}
ນັກສຶກສາ ລາວ-ຈີນ ຮ່ວມກັນຕັດຕໍ່ຮູບ “ລະດູບານໃໝ່”
ຂ່າວ > ເນື້ອຫາ

ນັກສຶກສາ ລາວ-ຈີນ ຮ່ວມກັນຕັດຕໍ່ຮູບ “ລະດູບານໃໝ່”

By QinXuedan| Yunnan Daily|
分享到Facebook

ຫວ່າງມໍ່ໆມານີ້, ຢູ່ຫ້ອງຮຽນຂອງໂຮງຮຽນມັດທະຍົມສຶກສາຕອນປາຍ ສັງກັດມະຫາວິທະຍາໄລສ້າງຄູຢຸນນານ, ນັກຮຽນມັດທະຍົມປາຍ ລາວ ແລະ ຈີນ ນັ່ງລ້ອມວົງກັນ, ມີດຕັດຢູ່ໃນມື ໄດ້ເຄື່ອນໄຫວຢ່າງຄ່ອງແຄ້ວ ຢູ່ເທິງເຈ້ຍສີແດງ, ຕົວອັກສອນ “春” (ຊຸນ, ໝາຍຄວາມວ່າ “ລະດູບານໃໝ່”) ຄ່ອຍໆປາກົດຂຶ້ນຢ່າງຈະແຈ້ງ. ນີ້ແມ່ນພາບໜຶ່ງທີ່ອົບອຸ່ນ ໃນ “ກິດຈະກຳແລກປ່ຽນມິດຕະພາບລະຫວ່າງຊາວໜຸ່ມ ລາວ-ຈີນ ທີ່ມີສະເໜ່ຂອງແຂວງຢຸນນານ”.

ກິດຈະກຳແລກປ່ຽນນີ້ ໄດ້ຈັດຂຶ້ນໃນວັນທີ 22-31 ມີນາ,  ຄູ-ອາຈານ ແລະ ນັກຮຽນຈາກ 3 ໂຮງຮຽນຂອງລາວ ໄດ້ເຂົ້າໄປໂຮງຮຽນມັດທະຍົມສຶກສາຕອນປາຍຫຼາຍແຫ່ງຢູ່ແຂວງຢຸນນານ ແລະ ໄດ້ສຳຜັດກັບວັດທະນະທຳຊົນເຜົ່າທີ່ອຸດົມສົມບູນຂອງຢຸນນານດ້ວຍຕົນເອງ.

ທ່ານ ຫຸມພັນ ແກ້ວອຸ່ນຄຳ ຮອງຫົວໜ້າກົມສາມັນສຶກສາ ກະຊວງສຶກສາທິການ ແລະ ກິລາ ເຄີຍໄປສຶກສາຢູ່ປະເທດຈີນ. ທ່ານກ່າວວ່າ: ປີນີ້ແມ່ນປີທີ່ສອງປະເທດ ສ້າງຕັ້ງສາຍພົວພັນການທູດນຳກັນ ຄົບຮອບ 65 ປີ ແລະ ເປັນ “ປີມິດຕະພາບ ລາວ-ຈີນ”, ຊາວໜຸ່ມ-ເຍົາວະຊົນ ແມ່ນແຫຼ່ງກຳລັງແຮງ ໃນການສືບຕໍ່ສາຍພົວພັນ “4 ດີ” ລະຫວ່າງ ລາວ-ຈີນ, “ກິດຈະກຳຄັ້ງນີ້ ໄດ້ຊ່ວຍໃຫ້ຊາວໜຸ່ມ-ເຍົາວະຊົນສອງປະເທດ ເຂົ້າໃຈເຊິ່ງກັນ ແລະ ກັນຫຼາຍຂຶ້ນ, ກາຍເປັນຜູ້ສືບທອດມິດຕະພາບ ລາວ-ຈີນ”. ໃນປີ 2018, ສອງໂຮງຮຽນຂອງລາວ ໄດ້ເຊັນສັນຍາຮ່ວມມືລະຫວ່າງໂຮງຮຽນ ກັບ ໂຮງຮຽນມັດທະຍົມສຶກສາຕອນປາຍ ສັງກັດມະຫາວິທະຍາໄລສ້າງຄູຢຸນນານ ແລະ ໂຮງຮຽນມັດທະຍົມສຶກສາຕອນປາຍຄຸນໝິງແຫ່ງທີ 1. ທ່ານ ຫຸມພັນ ແກ້ວອຸ່ນຄຳ ກ່າວວ່າ: ສອງຝ່າຍ ໄດ້ຮັບຜົນສຳເລັດທີ່ໂດດເດັ່ນ ໃນດ້ານການຝຶກອົບຮົມຄູ-ອາຈານ, ການແລກປ່ຽນນັກຮຽນ ແລະ ການສະໜັບສະໜູນທຶນການສຶກສາ, ຝ່າຍລາວຈະສືບຕໍ່ລົງເລິກການຮ່ວມມືກັບແຂວງຢຸນນານ.

ທ່ານ ບຸນເຄັນ ອຸ່ນສີ ຜູ້ອຳນວຍການໂຮງຮຽນມັດທະຍົມສຶກສາສົມບູນສັນຕິພາບ ຫຼວງພະບາງ ແນະນຳວ່າ: ໂຮງຮຽນຂອງຕົນໄດ້ດຳເນີນໂຄງການແລກປ່ຽນຄູສອນ ກັບໂຮງຮຽນຢູ່ສິບສອງພັນນາ ແຂວງຢຸນນານ ແລະ ອື່ນໆ. “ປັດຈຸບັນ, ສາຍພົວພັນລາວ-ຈີນ ແມ່ນຢູ່ໃນໄລຍະດີທີ່ສຸດໃນປະຫວັດສາດ, ກິດຈະກຳຄັ້ງນີ້ ເຮັດໃຫ້ນັກຮຽນເຂົ້າໃຈວັດທະນະທຳຈີນຫຼາຍຂຶ້ນ, ຂ້າພະເຈົ້າກໍໄດ້ຮັບບົດຮຽນອັນລ້ຳຄ່າຈາກຄູ່ຮ່ວມງານຢູ່ແຂວງຢຸນນານເຊັ່ນດຽວກັນ.”

ຄະນະຜູ້ແທນລາວໃນຄັ້ງນີ້ ໄດ້ເດີນທາງມາປະເທດຈີນ ດ້ວຍລົດໄຟໂດຍສານສາກົນຕາມທາງລົດໄຟລາວ-ຈີນ. ທ່ານ ບຸນເຄັນ ອຸ່ນສີ ກ່າວວ່າ: ຍ້ອນ “ເສັ້ນທາງສາຍໄໝເຫຼັກກ້າ” ສາຍນີ້, ການໄປມາຫາສູ່ກັນແມ່ນສະດວກສະບາຍຍິ່ງຂຶ້ນ, ຫວັງວ່າການແລກປ່ຽນລະຫວ່າງສອງຝ່າຍຈະແໜ້ນແຟ້ນຍິ່ງຂຶ້ນ, ນັກຮຽນລາວຫຼາຍຄົນຫຼັງຈາກຮຽນຈົບແລ້ວ ຈະປະກອບສ່ວນເຂົ້າໃນການສ້າງສາປະເທດຊາດຂອງຕົນ, ຮ່ວມກັບຈີນພັດທະນາຮ່ວມກັນ.

ນັກຮຽນຈຳນວນໜຶ່ງຈາກໂຮງຮຽນມັດທະຍົມສຶກສາສົມບູນຫຼຽວໂຕ ນະຄອນຫຼວງວຽງຈັນ ໄດ້ກ່າວດ້ວຍຄວາມດີໃຈວ່າ, ພວກເຂົາໄດ້ມອບຂອງຂວັນທີ່ເປັນເອກະລັກຂອງລາວໃຫ້ແກ່ນັກຮຽນຈີນ, ບາງຄົນໄດ້ກຳນົດເປົ້າໝາຍສູ້ຊົນຄື: ມະຫາວິທະຍາໄລຈົງຊານ, ມະຫາວິທະຍາໄລເຈີ້ຈ່ຽງ, “ໃນອະນາຄົດພວກເຮົາຈະໄປຮຽນຢູ່ມະຫາວິທະຍາໄລທີ່ພວກເຮົາຝັນໄວ້, ຮູ້ຈັກເພື່ອນມິດຈີນຫຼາຍຂຶ້ນ.”