ການຄ້າສິນຄ້າຂ້າມຊາຍແດນຜ່ານທາງລົດໄຟລາວ-ຈີນ ບັນລຸຫຼາຍກວ່າ 80 ຕື້ຢວນ
ຕາມສະຖິຕິຂອງດ່ານພາສີເມືອງຫຼ້າ ສັງກັດດ່ານພາສີຄຸນໝິງ ໃຫ້ຮູ້ວ່າ: ນັບແຕ່ເປີດນຳໃຊ້ທາງລົດໄຟລາວ-ຈີນ ມາຮອດວັນທີ 7 ເມສາຜ່ານມາ, ມູນຄ່າສິນຄ້າຂາເຂົ້າ-ຂາອອກ ໄດ້ບັນລຸຫຼາຍກວ່າ 80 ຕື້ຢວນ. ທາງລົດໄຟລາວ-ຈີນ ພວມກາຍເປັນຊ່ອງທາງທີ່ມີປະສິດທິພາບສູງ ໃນການຊຸກຍູ້ການຄ້າສອງສົ້ນ “ຜະ
ລິດຕະພັນຈີນພາກໃຕ້ຂຶ້ນເໜືອ, ຜະລິດຕະພັນພິເສດຂອງອາຊີຕາເວັນອອກສ່ຽງໃຕ້ລົງສູ່ພາກໃຕ້”, ປະເພດສິນຄ້າຂາເຂົ້າ-ຂາອອກ ໄດ້ຂະຫຍາຍຈາກ 500 ກວ່າຊະນິດ ໃນໄລຍະເລີ່ມຕົ້ນເປີດນຳໃຊ້ ເພີ່ມຂຶ້ນເປັນ 3.800 ກວ່າຊະນິດ, ການບໍລິການຂົນສົ່ງໄດ້ກວມເອົາຫຼາຍກວ່າ 6.000 ວິສາຫະກິດໃນທົ່ວປະເທດ, ແຜ່ຂະຫຍາຍໄປສູ່ 19 ປະເທດ ແລະ ເຂດແຄວ້ນ ເຊັ່ນ: ລາວ, ໄທ, “ຊ່ອງທາງຄຳ” ໄດ້ສືບຕໍ່ມີຊີວິດຊີວາ.

ຂໍ້ມູນຈາກພາສີສະແດງໃຫ້ເຫັນວ່າ: ໃນໄຕມາດທີ 1 ຂອງປີນີ້, ມູນຄ່າການນໍາເຂົ້າ ແລະ ສົ່ງອອກຜ່ານເສັ້ນທາງລົດໄຟລາວ-ຈີນ ບັນລຸ 6,81 ຕື້ຢວນ, ເພີ່ມຂຶ້ນ 62,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ສ້າງສະຖິຕິສູງສຸດເປັນປະຫວັດສາດ. ໃນດ້ານການນໍາເຂົ້າ, ມູນຄ່າການນໍາເຂົ້າໝາກໄມ້ສົດ ແລະ ໝາກໄມ້ແຫ້ງຜ່ານເສັ້ນທາງລົດໄຟລາວ-ຈີນ ບັນລຸ 500 ລ້ານຢວນ, ເພີ່ມຂຶ້ນ 1 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ມູນຄ່າການນໍາເຂົ້າທັນຍາພືດ, ແຮ່ໂລຫະ ແລະ ແຮ່ທາດຊາຍເປັນຕົ້ນ ບັນລຸ 1,13 ຕື້ຢວນ, ເພີ່ມຂຶ້ນ 34,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໝາກຖົ່ວລຽນແມ່ນຈຸດເດັ່ນໃນການນໍາເຂົ້າ, ດ່ານລົດໄຟບໍ່ຫານໄດ້ກາຍເປັນດ່ານລົດໄຟນໍາເຂົ້າໝາກຖົ່ວລຽນທີ່ໃຫຍ່ທີ່ສຸດໃນທົ່ວປະເທດ. “ການຄວບຄຸມອຸນຫະພູມຂອງລະບົບຕ່ອງໂສ້ຄວາມເຢັນທາງລົດໄຟແມ່ນມີຄວາມຊັດເຈນຕະຫຼອດຂະບວນການ, ການແຈ້ງພາສີແມ່ນສະດວກ, ຈາກສວນໝາກໄມ້ຂອງໄທສາມາດໄປເຖິງຕະຫຼາດພາຍໃນປະເທດໄດ້ໄວທີ່ສຸດໃນ 30 ຊົ່ວໂມງ. ປັດຈຸບັນ, ຄວາມຕ້ອງການໃນລະດູການສູງສຸດແມ່ນຫຼາຍຂຶ້ນ, ທຸລະກິດກໍນັບມື້ນັບຈະເລີນຮຸ່ງເຮືອງ.” ທ່ານ ໂຈ່ວ ຊົງຄຸນ ຫົວໜ້າບໍລິສັດການກະສິກໍາຊິງຈັນຄຸນໝິງກ່າວວ່າ: ໃນດ້ານການສົ່ງອອກ, ມູນຄ່າການສົ່ງອອກຜະລິດຕະພັນ “ສິນຄ້າໃໝ່ສາມຢ່າງ” ຜ່ານເສັ້ນທາງລົດໄຟລາວ-ຈີນ ບັນລຸ 1,3 ຕື້ຢວນ, ເພີ່ມຂຶ້ນຢ່າງຫຼວງຫຼາຍເຖິງ 10,4 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ໃນນັ້ນ, ການສົ່ງອອກຜະລິດຕະພັນພະລັງງານແສງຕາເວັນ 1,19 ຕື້ຢວນ, ເພີ່ມຂຶ້ນ 43,2 ເທົ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.
ອີງຕາມສະຖິຕິຂອງກົມໃຫຍ່ພາສີ, ໃນບັນດາວິສາຫະກິດທີ່ດຳເນີນທຸລະກິດການຄ້າຂ້າມຊາຍແດນໂດຍອາໄສທາງລົດໄຟລາວ-ຈີນ, ວິສາຫະກິດເອກະຊົນກວມອັດຕາສ່ວນຫຼາຍກວ່າ 80%, ແລະ ມີຫົວໜ່ວຍທຸລະກິດນັບມື້ນັບຫຼາຍຂຶ້ນທີ່ໄດ້ຮັບຜົນປະໂຫຍດຈາກການເປີດປະຕູສູ່ພາຍນອກຂອງທາງລົດໄຟລາວ-ຈີນ.