中文 English {{ activeLangText || 'Languages' }} {{ item.text }}
ຈາກລາວເຖິງຄຸນໝິງ: ສິບປີແຫ່ງຄວາມຝັນພາສາຈີນ, ເກັບກ່ຽວຜົນສຳເລັດ ແລະ ຄອບຄົວ
ວາລະສານຈໍາປາ > ເນື້ອຫາ

ຈາກລາວເຖິງຄຸນໝິງ: ສິບປີແຫ່ງຄວາມຝັນພາສາຈີນ, ເກັບກ່ຽວຜົນສຳເລັດ ແລະ ຄອບຄົວ

By QinXuedan|
分享到Facebook

ນາງ ວຽງມະນີ, ຍິງສາວລາວ ອາຍຸ 27 ປີ, ໄດ້ບັນລຸຄວາມປາຖະໜາທີ່ນາງໄດ້ຕັ້ງໄວ້ເມື່ອສິບກວ່າປີກ່ອນ ຢູ່ນະຄອນຄຸນໝິງ, ແຂວງຢຸນນານ.

ເມື່ອນາງໄດ້ຮຽນພາສາຈີນເປັນຄັ້ງທຳອິດໃນຊັ້ນມັດທະຍົມຕອນຕົ້ນ, ນາງໄດ້ຕັ້ງຄວາມປາຖະໜາທີ່ຈະໄປສຶກສາຕໍ່ທີ່ປະເທດຈີນ. ນາງໄດ້ເດີນທາງຈາກແຂວງຜົ້ງສາລີ, ປະເທດລາວ, ໄປຮຽນຢູ່ວິທະຍາໄລພູເອີ ແລະ ມະຫາວິທະຍາໄລຢຸນນານ, ແລະ ສຸດທ້າຍກໍໄດ້ຮັບປະລິນຍາໂທສາຂາວິຊາການສຶກສາພາສາຈີນສຳລັບຄົນຕ່າງປະເທດ. ເຖິງແມ່ນວ່າຫຼາຍຄົນອ້ອມຂ້າງນາງໄດ້ຍອມຈຳນົນຍ້ອນຄວາມຫຍຸ້ງຍາກຂອງພາສາຈີນ, ແຕ່ນາງກໍຍັງຄົງມີເປົ້າໝາຍທີ່ຊັດເຈນ ຄື: ກາຍເປັນຄູສອນພາສາຈີນ.

ຫຼັງຈາກການເປີດນຳໃຊ້ທາງລົດໄຟລາວ-ຈີນທີ່ຜ່ານມາ, ນາງໄດ້ຄົ້ນພົບໂອກາດທາງທຸລະກິດຢ່າງວ່ອງໄວ: ຄົນຈີນນັບມື້ນັບຫຼາຍຕ້ອງການຮຽນພາສາລາວ, ແຕ່ຂາດວິທີການຮຽນຮູ້ທີ່ຍືດຍຸນ ແລະ ມີປະສິດທິພາບ. ດັ່ງນັ້ນ, ນາງຈຶ່ງໄດ້ເປີດ 

"ຫ້ອງຮຽນທາງອິນເຕີເນັດ", ຂຽນຕຳລາຮຽນທີ່ໃຊ້ໄດ້ຈິງດ້ວຍຕົນເອງ, ແລະ 

ສອນຕາມສະຖານະການຊີວິດປະຈຳວັນ, ຊ່ວຍໃຫ້ນັກຮຽນສາມາດຮຽນຮູ້ການສົນທະນາປະຈຳວັນໄດ້ຢ່າງວ່ອງໄວ. ດ້ວຍຄວາມພາກພຽນ ແລະ ຄວາມຄິດສ້າງສັນ, ຈຳນວນນັກຮຽນຂອງນາງໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ແລະ ລາຍໄດ້ປະຈຳເດືອນຂອງນາງແມ່ນຫຼາຍກວ່າ 10,000 ຢວນຢ່າງໝັ້ນຄົງ.

ຢູ່ຄຸນໝິງ, ນາງຍັງໄດ້ພົບກັບຄວາມຮັກ, ສ້າງຄອບຄົວກັບສາມີຊາວເສສວນ, ແລະ ມີລູກຊາຍອາຍຸ 3 ປີ. “ຄຸນໝິງແມ່ນເຮືອນຫຼັງທີສອງຂອງຂ້ອຍ, ບ່ອນນີ້ມີໜ້າທີ່ການງານຂອງຂ້ອຍ, ແລະມີຄົນທີ່ຂ້ອຍຮັກທີ່ສຸດ.”

ຈາກການຮຽນຈົນເຖິງການສ້າງຕັ້ງທຸລະກິດ, ຈາກຄວາມຝັນຈົນເຖິງການຕັ້ງຖິ່ນຖານ, ນາງ ວຽງມະນີ ໄດ້ໃຊ້ເວລາສິບປີເພື່ອສ້າງເສັ້ນທາງຂອງຕົນເອງ. “ການຕັດສິນໃຈມາປະເທດຈີນໃນຕອນນັ້ນ, ແມ່ນການຕັດສິນໃຈທີ່ຖືກຕ້ອງທີ່ສຸດທີ່ຂ້ອຍເຄີຍເຮັດມາ.”