ສາຍການຂົນສົ່ງຜູ້ໂດຍສານສາກົນຈາກຊຽງຮຸ່ງ ສປ ຈີນ ຫາ ບ້ານຊຽງກົກ ສປປ ລາວ ໄດ້ເປີດນຳໃຊ້ຢ່າງເປັນທາງການ
By QinXuedan|
ໃນວັນທີ 11 ເມສາ, ເສັ້ນທາງລົດໂດຍສານຈາກຊຽງຮຸ່ງ ສປ ຈີນ ຫາ ບ້ານຊຽງກົກ ສປປ ລາວ ໄດ້ເປີດນຳໃຊ້ຢ່າງເປັນທາງການ, ເຊິ່ງເປັນອີກບາດກ້າວບຸກທະລຸທີ່ສຳຄັນໃນຂົງເຂດການຂົນສົ່ງຂ້າມແດນ ລະຫວ່າງສອງຝ່າຍ ພາຍຫຼັງການເປີດນຳໃຊ້ເສັ້ນທາງລົດໂດຍສານສາກົນລະຫວ່າງປະເທດແບບລົດເມ ສາຍທຳອິດລະ
ຫວ່າງລາວ-ຈີນ ໃນເດືອນ ພະຈິກ 2025.

ເສັ້ນທາງລົດໂດຍສານສາກົນ ຈາກນະຄອນຊຽງຮຸ່ງ ສປ ຈີນ ຫາ ເມືອງບ້ານຊຽງກົກ ສປປ ລາວ ມີຄວາມຍາວປະມານ 280 ກິໂລແມັດ, ໂດຍເລີ່ມຈາກເມືອງຊຽງຮຸ່ງ ກິ່ງແຂວງສິບສອງພັນນາ ສປ ຈີນ, ອອກເດີນທາງຈາກສູນບໍລິການການຄົມມະນາຄົມສາກົນອາຊຽນ ສິບສອງພັນນາ, ຜ່ານດ່ານຊາຍແດນຊາເຫີເມືອງໝັ້ນ, ທັງສອງຝ່າຍມີການເດີນທາງ 1 ຖ້ຽວຕໍ່ມື້, ໃຫ້ບໍລິການແບບໄປຮອດໂດຍກົງ “ຈຸດຕໍ່ຈຸດ, ປະຕູຕໍ່ປະຕູ”, ແກ້ໄຂບັນຫາການປ່ຽນລົດຫຼາຍຄັ້ງ ແລະ ການເດີນທາງທີ່ຫຍຸ້ງຍາກໃນອະດີດ, ບວກກັບເວລາຜ່ານດ່ານທັງໝົດ 6 ຫາ 8 ຊົ່ວໂມງ, ເຮັດໃຫ້ “ຂຶ້ນລົດແລ້ວອອກເດີນທາງ, ລົງລົດແລ້ວຂ້າມແດນ”.

ພ້ອມດຽວກັນນີ້, ສູນບໍລິການຄົນຂັບລົດຂົນສົ່ງທາງບົກສາກົນຈີນ ທີ່ຕັ້ງຢູ່ດ່ານເມືອງໝັ້ນ ແລະ ດ່ານບໍ່ຫານ ໄດ້ຜ່ານການກວດກາຮັບຮອງຢ່າງສຳເລັດຜົນ, ເຊິ່ງໄດ້ປັບປຸງລະບົບການບໍລິການສະໜັບສະໜູນການຂົນສົ່ງຂ້າມແດນລະຫວ່າງລາວ-ຈີນໃຫ້ສົມບູນຍິ່ງຂຶ້ນ. ສູນບໍລິການຄົນຂັບລົດຂົນສົ່ງທາງບົກສາກົນສອງແຫ່ງນີ້ໄດ້ລວມເອົາຫຼາຍໜ້າທີ່ເຂົ້າໄວ້ນຳກັນ ເຊັ່ນ: ການພັກຜ່ອນ, ການກິນດື່ມ, ການສ້ອມແປງ, ການໃຫ້ຄຳປຶກສາດ້ານການຜ່ານດ່ານ ແລະ ອື່ນໆ, ເຊິ່ງໄດ້ແກ້ໄຂບັນຫາ “ການພັກຜ່ອນທີ່ຫຍຸ້ງຍາກ, ການສະໜອງທີ່ຫຍຸ້ງຍາກ ແລະ ການບໍລິການທີ່ຫຍຸ້ງຍາກ” ຂອງຄົນຂັບລົດຂົນສົ່ງຂ້າມແດນຢ່າງມີປະສິດທິຜົນ, ພ້ອມທັງສະໜອງການຮັບປະກັນທີ່ໜັກແໜ້ນໃຫ້ແກ່ການດຳເນີນງານທີ່ໝັ້ນຄົງຂອງສາຍທາງລົດ.