中文 English {{ activeLangText || 'Languages' }} {{ item.text }}
ໃນເສັ້ນທາງການເດີນທັບທາງໄກສາງເຈິ່ງຂອງຈີນ, ມີສາມບ່ອນທີ່ເອີ້ນວ່າ "ລຸ້ຍຈິນ"
轮播图(老挝语) > ເນື້ອຫາ

ໃນເສັ້ນທາງການເດີນທັບທາງໄກສາງເຈິ່ງຂອງຈີນ, ມີສາມບ່ອນທີ່ເອີ້ນວ່າ "ລຸ້ຍຈິນ"

By QinXuedan|
分享到Facebook

ປີນີ້ແມ່ນປີທີ່ກອງທັບແດງປະເທດຈີນໄດ້ຮັບໄຊຊະນະໃນການເດີນທັບທາງໄກ ສາງເຈິ່ງ ຄົບຮອບ 90 ປີ. ໃນລະຫວ່າງການເດີນທັບທາງໄກ ສາງເຈິ່ງ, ມີສາມບ່ອນທີ່ຫ່າງກັນເປັນພັນໆກິໂລແມັດ, ເຊິ່ງລ້ວນແຕ່ມີຊື່ວ່າ "ລຸ້ຍຈິນ" ຄື: ເມືອງລຸ້ຍຈິນ ແຂວງຈຽງຊີ, ບ້ານລຸ້ຍຈິນ ເມືອງເຊີນໂຈ່ ແຂວງຫູໜານ, ແລະ ບ້ານລຸ້ຍຈິນ ເມືອງອານຄາງ ແຂວງສານຊີ. ຊື່ດຽວກັນນີ້, ແຕ່ເບື້ອງຫຼັງແມ່ນຄວາມຊົງຈຳສີແດງທີ່ໂສກເສົ້າ ແລະ ການເດີນທາງທີ່ເຕັມໄປດ້ວຍຄວາມຮັກ.

ບ້ານລຸ້ຍຈິນ, ເມືອງເຊີນໂຈ່ວ ແຂວງຫູໜານ, ມີສຸສານນັກຮົບແດງທີ່ບໍ່ມີຊື່ສຽງຕັ້ງຢູ່ທ່າມກາງພູຜາປ່າໄມ້. ຢູ່ທີ່ນີ້ມີການຝັງສົບຂອງນັກຮົບແດງ 7 ຄົນທີ່ມາຈາກລຸ້ຍຈິນ ແຂວງຈຽງຊີ. ພວກເຂົາໄດ້ເສຍສະຫຼະຊີວິດໃນລະຫວ່າງການເດີນທັບທາງໄກ. ທ່ານ ເກົາ ຊູ່ຂວາຍ, ຊາວບ້ານໃນທ້ອງຖິ່ນ, ໄດ້ສ່ຽງອັນຕະລາຍຝັງສົບພວກເຂົາໄວ້ຢ່າງລັບໆ ແລະ ໄດ້ສັ່ງສອນລູກຫຼານຂອງລາວວ່າ: "ພວກເຂົາບໍ່ມີຍາດພີ່ນ້ອງ, ພວກເຮົາຄືຍາດພີ່ນ້ອງຂອງພວກເຂົາ." ຫຼັງຈາກທ່ານ ເກົາ ຊູ່ຂວາຍ ເສຍຊີວິດ, ການສືບທອດການໄປກາບໄຫວ້ສຸສານໄດ້ຖືກສົ່ງຕໍ່ໃຫ້ລູກຊາຍຂອງລາວ ຄື ທ່ານ ເກົາ ລິ່ວເຢ່, ແລະ ປັດຈຸບັນໄດ້ຖືກສົ່ງຕໍ່ໃຫ້ຫຼານຊາຍຂອງລາວ ຄື ທ່ານ ຫວາງ ເກົາໄຄ. ໃນປີ 2016, ຊາວບ້ານທັງໝົດໄດ້ລົງຄະແນນສຽງປ່ຽນຊື່ບ້ານເປັນ "ລຸ້ຍຈິນ".

ຢູ່ບ້ານລຸ້ຍຈິນ, ເມືອງອານຄາງ, ແຂວງສານຊີ, ກ່ອນການສ້າງຕັ້ງສາທາລະນະລັດປະຊາຊົນຈີນ, ມັນຖືກເອີ້ນວ່າ ເຈັດບາດກ້າວ. ທະຫານນ້ອຍຄົນໜຶ່ງຂອງກອງທັບແດງໄດ້ເສຍສະຫຼະຊີວິດຢູ່ທີ່ນີ້, ແລະໄດ້ຖືກຝັງໂດຍປະຊາຊົນທ້ອງຖິ່ນຢູ່ແຄມແມ່ນ້ຳ, ໂດຍຕັ້ງຊື່ວ່າ "ສຸສານແຫ່ງການນອນຫຼັບຕະຫຼອດໄປ", ແລະໄດ້ປ່ຽນຊື່ບ້ານເປັນ ບ້ານລຸ້ຍຈິນ.

ເຂດພື້ນທີ່ປະຕິວັດເກົ່າທີ່ຕັ້ງຂອງ "ລຸ້ຍຈິນ" ທັງສາມແຫ່ງນັ້ນ, ມີພື້ນຖານການພັດທະນາທີ່ອ່ອນແອ, ແຕ່ພະນັກງານ ແລະ ປະຊາຊົນຍັງຄົງສືບຕໍ່ຈິດໃຈແຫ່ງການຕໍ່ສູ້ຢ່າງລຳບາກ.

ຕາແສງ​ເຊີ​ຖຳນະຄອນ​ລຸ້ຍ​ຈິນແຂວງ​ຈຽງ​ຊີ, ບໍ່​ເຄີຍ​ມີ​ຖະໜົນປູ​ຢາງ​ມາ​ກ່ອນ. ທ່ານ​ຫູ​ໄປ໋​ລິນ ພະນັກງານ​ຕາແສງ ໄດ້​ຕັ້ງ​ຖິ່ນ​ຖານ​ຢູ່​ບ້ານ​ເປັນ​ເວລາ 4 ປີ, ນຳພາ​ປະຊາຊົນ​ສ້າງ​ຖະໜົນ 100 ກິ​ໂລ​ແມັດ ແລະ ຂົວ 25 ແຫ່ງ, ເຊິ່ງ​ໄດ້​ດຶງ​ດູດ​ນັກ​ທ່ອງ​ທ່ຽວ 300.000 ຄົນ​ໃນ​ປີ​ກາຍ​ນີ້.

ທ່ານ ລິວ ຊິງສຽນ, ອະດີດພະນັກງານບໍານານຈາກບ້ານ ລຸ້ຍຈິນ ແຂວງສານຊີ, ໄດ້ສະໝັກໃຈກັບຄືນບ້ານເກີດຂອງຕົນ ເພື່ອນຳພາຊາວບ້ານພັດທະນາອຸດສາຫະກຳຊາ, ເຮັດໃຫ້ບ້ານທີ່ທຸກຍາກສາມາດຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ຮັ່ງມີຂຶ້ນ, ແລະ ໄດ້ຮັບລາງວັນຫຼຽນກາແຮງງານວັນທີ 1 ພຶດສະພາ, ເຊິ່ງເປັນວັນອອກແຮງງານຈີນຂອງແຂວງສານຊີ. ສະມາຊິກພັກ ແລະ ພະນັກງານຈາກບ້ານ ລຸ້ຍ

ຈິນ ແຂວງຫູໜານ, ໄດ້ຂ້າມພູຂ້າມນ້ຳ ເພື່ອຊອກຫາແຫຼ່ງນ້ຳ, ເຊິ່ງໄດ້ແກ້ໄຂບັນຫາການຂາດແຄນນ້ຳທີ່ເປັນມາແຕ່ຫຼາຍຮຸ້ນຄົນ.

ຈາກ"ລຸ້ຍຈິນ" ເຖິງ"ລຸ້ຍຈິນ", ສາມຊື່ສະຖານທີ່ໄດ້ໝາຍເຖິງຮ່ອງຮອຍຂອງການເດີນທັບທາງໄກ ສາງເຈິ່ງ, ແລະ ຍິ່ງໄປກວ່ານັ້ນ, ມັນໄດ້ສ້າງແຮງບັນດານໃຈໃຫ້ແກ່ຈິດວິນຍານ: ຕາບໃດທີ່ເຮົາມີຄວາມຈິງໃຈຕໍ່ປະຊາຊົນ, ເຮົາກໍຈະໄດ້ຮັບຄວາມໄວ້ວາງໃຈຈາກປະຊາຊົນ; ຕາບໃດທີ່ເຮົາກ້າຫານທີ່ຈະຕໍ່ສູ້ ແລະເຮັດວຽກ, ເຮົາກໍຈະສາມາດເດີນທາງໄກຄັ້ງໃໝ່ໄດ້ຢ່າງສຳເລັດຜົນ.