中文 English {{ activeLangText || 'Languages' }} {{ item.text }}
ກຳປູເຈຍ ອອກກົດໝາຍຕໍ່ສູ້ກັບ ການສໍ້ໂກງ ທາງໂທລະຄົມ ແລະ ອິນເຕີເນັດ
ຂ່າວ > ເນື້ອຫາ

ກຳປູເຈຍ ອອກກົດໝາຍຕໍ່ສູ້ກັບ ການສໍ້ໂກງ ທາງໂທລະຄົມ ແລະ ອິນເຕີເນັດ

By QinXuedan|
分享到Facebook

ທ່ານ ຮຸນເຊນ ຮັກສາການປະມຸກລັດກຳປູເຈຍ ໄດ້ລົງນາມໃນລັດຖະດຳລັດ ວ່າດ້ວຍການປະກາດໃຊ້ “ກົດໝາຍວ່າດ້ວຍການຕ້ານການສໍ້ໂກງທາງໂທລະຄົມ ແລະ ອິນເຕີເນັດ” ໃນວັນທີ 6 ຜ່ານມາ. ກົດໝາຍດັ່ງກ່າວມີຜົນບັງຄັບໃຊ້ທັນທີ.

ກົດໝາຍດັ່ງກ່າວໄດ້ຮັບການຮັບຮອງຄັ້ງສຸດທ້າຍຈາກສະພາສູງກຳປູເຈຍໃນວັນທີ 3 ເມສາ ຜ່ານມາ, ພາຍໃຕ້ກົດໝາຍດັ່ງກ່າວ, ການເຂົ້າຮ່ວມໃນການສໍ້ໂກງທາງໂທລະຄົມມະນາຄົມ ແລະ ອິນເຕີເນັດ ຈະຖືກລົງໂທດຕັດອິດສະລະພາບແຕ່ 2-5 ປີ ແລະ ປັບໃໝ; ຖ້າຫາກການສໍ້ໂກງດັ່ງກ່າວມີການໃຊ້ຄວາມຮຸນແຮງ, ການກັກຂັງທີ່ຜິດກົດໝາຍ, ການຄ້າມະນຸດ, ຫຼື ເຖິງຂັ້ນເຮັດໃຫ້ຜູ້ອື່ນເສຍຊີວິດ, ຫົວໜ້າກຸ່ມສໍ້ໂກງອາດຈະຖືກຕັດສິນລົງໂທດຕັດອິດສະລະພາບຕະຫຼອດຊີວິດ.

ກຳປູເຈຍກຳລັງດຳເນີນການໃນທົ່ວປະເທດເພື່ອຕ້ານການສໍ້ໂກງທາງໂທລະຄົມມະນາຄົມ ແລະ ອິນເຕີເນັດ ເພື່ອຮັກສາຄວາມປອດໄພ ແລະ ຄວາມສະຫງົບຮຽບຮ້ອຍຂອງສັງຄົມ.