中文 English {{ activeLangText || 'Languages' }} {{ item.text }}
ທ່ານ ໂຕເລິມ ຖືກເລືອກຕັ້ງເປັນປະທານປະເທດຫວຽດນາມ
ທັດສະນະ > ເນື້ອຫາ

ທ່ານ ໂຕເລິມ ຖືກເລືອກຕັ້ງເປັນປະທານປະເທດຫວຽດນາມ

By QinXuedan| Yunnan Daily|
分享到Facebook

ວັນທີ 7 ເມສາ, ຕາມເວລາທ້ອງຖິ່ນ, ພາຍຫຼັງການລົງຄະແນນສຽງຢູ່ກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຫວຽດນາມ ຊຸດທີ XVI, ທ່ານ ໂຕເລິມ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຖືກເລືອກຕັ້ງເປັນປະທານປະເທດຫວຽດນາມ. ພາຍໃນຜູ້ແທນສະພາຫວຽດນາມທັງໝົດ 500 ຄົນນັ້ນ ມີ 495 ຄົນເຂົ້າຮ່ວມກອງປະຊຸມ ແລະ ໄດ້ລົງຄະແນນສຽງໃຫ້ທັງໝົດ. ຕໍ່ມາ, ທ່ານ ໂຕເລິມ ໄດ້ສາບານຂຶ້ນຮັບຕຳແໜ່ງ.

ທ່ານ ໂຕເລິມ ເກີດເມື່ອເດືອນ ກໍລະກົດ ປີ 1957 ທີ່ແຂວງຮຶງອຽນ, ພາກເໜືອຂອງຫວຽດນາມ, ແລະ ໄດ້ເຮັດວຽກຢູ່ກະຊວງປ້ອງກັນຄວາມສະຫງົບຫວຽດນາມເປັນເວລາດົນນານ. ໃນລະຫວ່າງເດືອນ ເມສາ 2016 ຫາເດືອນ ພຶດສາພາ 2024, ທ່ານ ໂຕເລິມ ຮັບຕຳແໜ່ງເປັນລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ. ໃນເດືອນ ພຶດສະພາ 2024, ທ່ານ ໂຕເລິມ ຖືກເລືອກຕັ້ງເປັນປະທານປະເທດ. ໃນເດືອນ ສິງຫາ 2024, ທ່ານ ໂຕເລິມ ຮັບເລືອກຕັ້ງເປັນເລຂາທິການໃຫຍ່ສູນກາງພັກກອມມູນິດຫວຽດນາມ, ແລະ ບໍ່ຮັບຕຳແໜ່ງປະທານປະເທດນັບແຕ່ເດືອນ ຕຸລາ 2024. ໃນວັນທີ 23 ມັງກອນ 2026, ທ່ານ ໂຕເລິມ ຖືກເລືອກຕັ້ງເປັນ ເລຂາທິການໃຫຍ່ສູນກາງພັກກອມມູນິດຫວຽດນາມໃນກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດຫວຽດນາມ ຊຸດທີ XVI.