中文 English {{ activeLangText || 'Languages' }} {{ item.text }}
“ລົດຈັກໄຟຟ້າ” ຂອງຈີນ ເລັ່ງສົ່ງອອກສູ່ຕະຫຼາດອາຊີຕາເວັນອອກສຽງໃຕ້
ວາລະສານຈໍາປາ > ເນື້ອຫາ

“ລົດຈັກໄຟຟ້າ” ຂອງຈີນ ເລັ່ງສົ່ງອອກສູ່ຕະຫຼາດອາຊີຕາເວັນອອກສຽງໃຕ້

By QinXuedan| Yunnan Daily|
分享到Facebook

ເນື່ອງຈາກລາຄານ້ຳມັນໂລກສືບຕໍ່ເພີ່ມຂຶ້ນຢ່າງຕໍ່ເນື່ອງຈາກຄວາມຂັດແຍ້ງໃນຕາເວັນອອກກາງ, ຄ່າໃຊ້ຈ່າຍໃນການນຳໃຊ້ນ້ຳມັນເຊື້ອໄຟໃນຫຼາຍປະເທດຂອງອາຊີຕາເວັນອອກສຽງໃຕ້ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ. ບວກກັບນະໂຍບາຍຕ່າງໆທີ່ໄດ້ຖືກປະກາດໃຊ້ໃນໄວໆນີ້ ເຊັ່ນ: ການຈຳກັດການສັນຈອນຂອງລົດຈັກທີ່ໃຊ້ນ້ຳມັນເຊື້ອໄຟ ແລະ ການປ່ຽນມາໃຊ້ພາຫະນະໄຟຟ້າ, ຄວາມຕ້ອງການໃນການເດີນທາງຂອງປະຊາຊົນໃນທ້ອງຖິ່ນໄດ້ປ່ຽນໄປສູ່ລົດຈັກໄຟຟ້າຢ່າງວ່ອງໄວ. ຍອດຂາຍລົດຈັກໄຟຟ້າໃນປະເທດຫວຽດນາມ, ກຳປູເຈຍ ແລະ ປະເທດອື່ນໆໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍໃນເດືອນມີນາ, ແລະ "ລົດຈັກໄຟຟ້າ" ຂອງຈີນກຳລັງໄດ້ຮັບຄວາມນິຍົມໃນຕະຫຼາດອາຊີຕາເວັນອອກສຽງໃຕ້.

ກຳປູເຈຍ 

ອີງຕາມໜັງສືພິມ “Khmer Times” ຂອງກຳປູເຈຍ ລາຍງານວ່າ: “ກຳປູເຈຍໄດ້ຕ້ອນຮັບຊ່ວງເວລາຂອງລົດຈັກໄຟຟ້າ”. ການຂົນສົ່ງທາງທະເລໃນຊ່ອງແຄບໂຮນມໍສ ຖືກຂັດຂວາງໄດ້ສ້າງຄວາມວຸ້ນວາຍໃຫ້ແກ່ຕະຫຼາດນ້ຳມັນທົ່ວໂລກ, ພາກພື້ນອາຊີທີ່ເພິ່ງພາການນຳເຂົ້ານ້ຳມັນເຊື້ອໄຟຜ່ານຊ່ອງທາງດັ່ງກ່າວໄດ້ຮັບຜົນກະທົບໂດຍກົງ, ລາຄານ້ຳມັນໃນກຳປູເຈຍໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ. ກຳປູເຈຍໄດ້ບໍລິໂພກນ້ຳມັນສະເລ່ຍ 73.500 ຖັງຕໍ່ມື້, ປະມານ 1/3 ແມ່ນໃຊ້ໃນການເດີນທາງດ້ວຍລົດຈັກ, ລົດຈັກເປັນພາຫະນະຫຼັກຂອງປະຊາຊົນ, ການນຳໃຊ້ລົດຈັກໄຟຟ້າໄດ້ກາຍເປັນເສັ້ນທາງຫຼັກໃນການຫຼຸດຜ່ອນການນຳເຂົ້ານ້ຳມັນເຊື້ອໄຟຟອດຊິວ. ປີກາຍນີ້, ຍອດຂາຍລົດຈັກໄຟຟ້າທົ່ວໂລກມີປະມານ 10 ລ້ານຄັນ, ສ່ວນຫຼາຍແມ່ນຢູ່ໃນອາຊີ, ການນຳໃຊ້ລົດຈັກໄຟຟ້າໄດ້ກາຍເປັນທາງເລືອກຫຼັກໃນການເດີນທາງຂອງຫຼາຍປະເທດ, ກຳປູເຈຍໄດ້ເລັ່ງຕິດຕາມແນວໂນ້ມດັ່ງກ່າວ.

ຫວຽດນາມ 

ອີງຕາມໜັງສືພິມ vn express ຂອງຫວຽດນາມ ລາຍງານວ່າ: ຍ້ອນລາຄານ້ຳມັນແອັດຊັງປັບຕົວສູງຂຶ້ນຫຼາຍ, ຈຳນວນລົດຈັກໄຟຟ້າທີ່ຂາຍຢູ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ, ບໍ່ວ່າຈະແມ່ນຍີ່ຫໍ້ Yadea ຂອງຈີນ ຫຼື ຍີ່ຫໍ້ VinFast, Dat Bike ຂອງຫວຽດນາມ, ຈຳນວນລູກຄ້າທີ່ເຂົ້າມາຮ້ານ ແລະ ຈຳນວນຄຳສັ່ງຊື້ໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ. ການປະທະກັນຢູ່ຕາເວັນອອກກາງເມື່ອບໍ່ດົນມານີ້ ໄດ້ເຮັດໃຫ້ການສະໜອງພະລັງງານທົ່ວໂລກຂາດແຄນ, ລາຄານ້ຳມັນຢູ່ຫວຽດນາມຍັງສືບຕໍ່ເພີ່ມຂຶ້ນ, ລົດຈັກໄຟຟ້າໄດ້ກາຍເປັນທາງເລືອກທີ່ນິຍົມສຳລັບການເດີນທາງຂອງປະຊາຊົນ. ໃນຂະນະດຽວກັນ, ຫຼາຍເຂດຂອງຫວຽດນາມໄດ້ທົດລອງມາດຕະການປ່ອຍອາຍພິດຕ່ຳເທື່ອລະກ້າວ. ຕາມນະໂຍບາຍທີ່ປະກາດໃນລະດູຮ້ອນປີກາຍນີ້, ນັບແຕ່ວັນທີ 1 ກໍລະກົດນີ້, ນະຄອນໂຮ່ຈີມິນ ໄດ້ຈຳກັດການສັນຈອນຂອງລົດຈັກທີ່ໃຊ້ນ້ຳມັນເຊື້ອໄຟຕາມແຕ່ລະໄລຍະເວລາໃນເຂດໃຈກາງ, ຈາກນັ້ນຈະຄ່ອຍໆຂະຫຍາຍຂອບເຂດການຄວບຄຸມອອກໄປ, ການສະໜັບສະໜູນດ້ານນະໂຍບາຍໄດ້ເຮັດໃຫ້ລົດຈັກໄຟຟ້າກາຍເປັນຄວາມຕ້ອງການທີ່ຈຳເປັນສຳລັບການເດີນທາງໃນຕົວເມືອງ.

ລາວ 

ລັດຖະບານລາວໄດ້ອອກຖະແຫຼງການຫຼຸດຄ່າທຳນຽມການຈົດທະບຽນ ແລະ ຄ່າບໍລິການລົງ 30% ສຳລັບລົດໄຟຟ້າ ພ້ອມທັງເພີ່ມຄ່າທຳນຽມກ່ຽວຂ້ອງກັບລົດທີ່ໃຊ້ນ້ຳມັນ. ລັດຖະບານຍັງບັງຄັບໃຫ້ອັດຕາສ່ວນລົດໄຟຟ້າຂອງບັນດາບໍລິສັດຂົນສົ່ງຕ້ອງບັນລຸຢ່າງໜ້ອຍ 10% ໃນທ້າຍປີ 2026, ພ້ອມທັງປັບປຸງຂັ້ນຕອນການນຳເຂົ້າລົດໄຟຟ້າໃຫ້ງ່າຍຂຶ້ນ ແລະ ພິຈາລະນາເພີ່ມພາສີບໍລິໂພກລົດທີ່ໃຊ້ນ້ຳມັນຕື່ມອີກ. ລັດຖະບານຫວຽດນາມ ໄດ້ອອກຄຳສັ່ງເພີ່ມອັດຕາການນຳໃຊ້ລົດໄຟຟ້າໃນການຂົນສົ່ງສາທາລະນະໃນຕົວເມືອງໃຫ້ບັນລຸ 50%, ເປີດກວ້າງການນຳໃຊ້ເຊື້ອໄຟຊີວະພາບ, ເຂົ້າສູ່ລະບົບການເຄື່ອນໄຫວປະຢັດພະລັງງານທົ່ວປະເທດ.

ເບື້ອງຫຼັງການປ່ຽນຈາກນ້ຳມັນມາເປັນລົດໄຟຟ້າສຳລັບລົດຈັກ, ນອກຈາກປະຊາຊົນອາຊີຕາເວັນອອກສ່ຽງໃຕ້ເລືອກເອງແລ້ວ, ຍັງບໍ່ສາມາດແຍກອອກຈາກການຊຸກຍູ້ດ້ານນະໂຍບາຍໄດ້. ເວັບໄຊຂອງບໍລິສັດ Argus, ອົງການວິເຄາະ ແລະ ປະເມີນຜົນຂອງອັງກິດ, ໄດ້ລົງບົດຄວາມໃນວັນທີ 24 ຜ່ານມາວ່າ: ການຂາດການສະໜອງພະລັງງານທີ່ເກີດຈາກຄວາມຂັດແຍ່ງຢູ່ຕາເວັນອອກກາງ, ໄດ້ຊຸກຍູ້ໃຫ້ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ເລັ່ງການຫັນປ່ຽນໄປສູ່ລົດໄຟຟ້າ ເພື່ອຫຼຸດຜ່ອນຄວາມສ່ຽງດ້ານພະລັງງານໃນອະນາຄົດ. ໃນໄລຍະສັ້ນ, ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ຈະຊຸກຍູ້ການນຳເຂົ້າພະລັງງານຈາກຫຼາຍແຫຼ່ງ; ໃນໄລຍະຍາວ, ການເລັ່ງລັດລົດໄຟຟ້າ, ລົດຈັກ ແລະ ການນຳໃຊ້ພະລັງງານທົດແທນຢ່າງກວ້າງຂວາງໄດ້ກາຍເປັນຍຸດທະສາດຫຼັກໃນການຮັບມື, ເຖິງແມ່ນວ່າຍອດຂາຍລົດໄຟຟ້າໃນພາກພື້ນໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍໃນປີ 2025, ແຕ່ແຮງຊຸກຍູ້ດ້ານນະໂຍບາຍຍັງສືບຕໍ່ເພີ່ມຂຶ້ນ.

ຂໍ້ມູນທີ່ເຜີຍແຜ່ໂດຍ KPMG ສະແດງໃຫ້ເຫັນວ່າ ລົດຈັກໄຟຟ້າໄດ້ຮັບຄວາມນິຍົມຢ່າງໄວວາໃນອາຊີຕາເວັນອອກສຽງໃຕ້, ໂດຍລົດສ່ວນໃຫຍ່ທີ່ວາງຂາຍໃນປັດຈຸບັນແມ່ນຜະລິດຢູ່ຈີນ, ລວມທັງການສົ່ງອອກລົດທັງຄັນ ແລະ ການຜະລິດແບບ OEM (Original Equipment Manufacturer) ພາຍໃນທ້ອງຖິ່ນ. ໃນບັນດາວິສາຫະກິດທ້ອງຖິ່ນໃນອາຊີຕາເວັນອອກສຽງໃຕ້, ມີຈໍານວນໜ້ອຍທີ່ມີຄວາມສາມາດໃນການຄົ້ນຄວ້າ, ພັດທະນາ ແລະ ຜະລິດຊິ້ນສ່ວນຫຼັກເຊັ່ນ: ມໍເຕີ ແລະ ແບັດເຕີຣີ, ເຮັດໃຫ້ລະບົບຕ່ອງໂສ້ການຜະລິດຂຶ້ນກັບການນໍາເຂົ້າລົດທັງຄັນ, ຊິ້ນສ່ວນແຍກ ແລະ ຊິ້ນສ່ວນສໍາຄັນຈາກຈີນ. ວິສາຫະກິດຈີນກໍາລັງເລັ່ງການວາງແຜນຕະຫຼາດອາຊີຕາເວັນອອກສຽງໃຕ້.