中文 English {{ activeLangText || 'Languages' }} {{ item.text }}
ໂຄງການສາຍສົ່ງ 500 ກວ ລະຫວ່າງລາວ-ຈີນ (ພາກພາຍໃນປະເທດ) ໄດ້ບັນລຸການເຊື່ອມຈອດທັງໝົດຢ່າງສຳເລັດຜົນ
ຂ່າວ > ເນື້ອຫາ

ໂຄງການສາຍສົ່ງ 500 ກວ ລະຫວ່າງລາວ-ຈີນ (ພາກພາຍໃນປະເທດ) ໄດ້ບັນລຸການເຊື່ອມຈອດທັງໝົດຢ່າງສຳເລັດຜົນ

By QinXuedan| Yunnan Daily|
分享到Facebook

ເມື່ອບໍ່ດົນມານີ້, ໂຄງການ ສາຍສົ່ງ 500 ກວ ລະຫວ່າງລາວ-ຈີນ (ພາກພາຍໃນປະເທດ) ໄດ້ບັນລຸການເຊື່ອມຈອດທັງໝົດຢ່າງສຳເລັດຜົນ.


ໂຄງການ ສາຍສົ່ງ 500 ກວ ລະຫວ່າງລາວ-ຈີນ ແມ່ນອີກໂຄງການໜຶ່ງທີ່ເປັນສັນຍາລັກຂອງຈີນ ແລະ ລາວ ລົງເລິກການຮ່ວມມືຕົວຈິງ ແລະ ຮ່ວມກັນສ້າງ"ໜຶ່ງແລວ ທາງໜຶ່ງເສັ້ນທາງ" ພາຍຫຼັງທາງລົດໄຟລາວ-ຈີນ. ເປັນໂຄງການໃຫຍ່ທີ່ຖືກລວມເຂົ້າໃນແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳລາວ-ຈີນ,ໂຄງການດັ່ງກ່າວມີແຜນຈະສຳເລັດໃນປີ 2026, ພາຍຫຼັງສຳເລັດການດຳເນີນງານທັງໝົດຈະສ້າງເປັນກຳລັງໄຟຟ້າສອງທາງ 1,5 ລ້ານກິໂລວັດ, ສົ່ງໄຟຟ້າສະອາດປະມານ 3 ຕື້ກິໂລວັດໂມງຕໍ່ປີ. ໃນນັ້ນ, ພາກສ່ວນພາຍໃນປະເທດໄດ້ລົງທຶນ ແລະ ກໍ່ສ້າງໂດຍບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ, ເລີ່ມລົງມືກໍ່ສ້າງໃນວັນທີ 30 ມິຖຸນາ 2025, ສາຍດັ່ງກ່າວມີຄວາມຍາວທັງໝົດ 145 ກິໂລແມັດ, ສ້າງຫໍຄອຍໃໝ່ 255 ແຫ່ງ.