ບ້ານວານເຢົາ(Wanyao)ນະຄອນລິນຊາງ(Lincang)ແຂວງຢຸນນານ: ຄົ້ນຫາເສັ້ນທາງຂອງການເຊື່ອມໂຍງແລະການພັດທະນາຂອງ"ການທ່ອງທ່ຽວເຄື່ອງດິນເຜົາ"
By QinXuedan|
Yunnan Daily|
ບ້ານວານເຢົານະຄອນລິນຊາງແຂວງຢຸນນານມີປະຫວັດສາດອັນຍາວນານ, ແລະມີສະຖານທີ່ດິນເຜົາບູຮານຫຼາຍແຫ່ງຢູ່ໃນບ້ານ. ໃນຊຸມປີມໍ່ໆມານີ້, ບ້ານວານເຢົາໄດ້ເຊື່ອມໂຍງການຜະລິດເຄື່ອງປັ້ນດິນເຜົາ, ສຳຜັດດ້ານວັດທະນະທຳ ແລະ ການພັກຜ່ອນຢ່ອນອາລົມຜ່ານການກໍ່ສ້າງເຮືອນພັກທີ່ມີລັກສະນະພິເສດ, ເປີດຮ້ານກາເຟເຄື່ອງປັ້ນດິນເຜົາ, ພັດທະນາການຄົ້ນຄວ້າ ແລະ ມາດຕະການອື່ນໆ, ຊຸກຍູ້ການຫັນປ່ຽນບ້ານວານເຢົາຈາກການທ່ອງທ່ຽວແບບດັ້ງເດີມໄປສູ່ປະສົບການດ້ານວັດທະນະທຳຢ່າງເລິກເຊິ່ງ, ສົ່ງເສີມການເພີ່ມລາຍຮັບຂອງຊາວບ້ານ ແລະ ການພັດທະນາຊົນນະບົດແບບຍືນຍົງ.







