ເສັ້ນທາງລົດເມໂດຍສານສາກົນ ພູເອີ-ແຂວງຜົ້ງສາລີ ໄດ້ເປີດຢ່າງເປັນທາງການ ແລ້ວ! ການເດີນທາງໂດຍກົງ 7,5 ຊົ່ວໂມງ, ຄ່າໂດຍສານ 120 ຢວນ
By QinXuedan|
Yunnan Daily|
ໃນວັນທີ 26 ກຸມພາ, ເສັ້ນທາງລົດເມໂດຍສານສາກົນ ພູເອີ-ແຂວງຜົ້ງສາລີໄດ້ເປີດຢ່າງເປັນທາງການ, ເຊິ່ງເປັນຂົວຕໍ່ທີ່ສະດວກສະບາຍສຳລັບການໄປມາຂອງຜູ້ຄົນ ແລະ ການແລກປ່ຽນດ້ານເສດຖະກິດ ແລະ ວັດທະນະທຳລະຫວ່າງສອງປະເທດລາວ ແລະ ຈີນ.

ເສັ້ນທາງດັ່ງກ່າວເລີ່ມຕົ້ນທີ່ສະຖານີໂດຍສານຊືໝາວ ໃນເມືອງພູເອີ ແລະ ສິ້ນສຸດທີ່ສະຖານີໂດຍສານຂົນສົ່ງສາກົນອິນທະສຽນ ແຂວງຜົ້ງສາລີປະະເທດລາວ. ເສັ້ນທາງດັ່ງກ່າວຜ່ານດ່ານຊາຍແດນເມືອງຄຳ ແລະ ລານຕຸຍ, ເຊິ່ງກວມເອົາໄລຍະທາງທັງໝົດ 328 ກິໂລແມັດ, ການເດີນທາງໃຊ້ເວລາປະມານ 7,5 ຊົ່ວໂມງ (ລວມທັງຈຸດຢຸດພັກ), ແລະ ຄ່າໂດຍສານແມ່ນ 120 ຢວນ (RMB).
ໃນຖານະເປັນຊ່ອງທາງໃໝ່ທີ່ເຊື່ອມຕໍ່ລາວ ແລະ ຈີນ, ການເປີດເສັ້ນທາງນີ້ຈະຊ່ວຍຫຼຸດເວລາການເດີນທາງຂ້າມຊາຍແດນລົງຢ່າງຫຼວງຫຼາຍ, ຫຼຸດຜ່ອນຄ່າໃຊ້ຈ່າຍໃນການເດີນທາງ, ແລະ ອຳ
ນວຍຄວາມສະດວກໃຫ້ແກ່ການເດີນທາງປະຈຳວັນລະຫວ່າງສອງສະຖານທີ່.ໃນເວລາດຽວກັນ, ເສັ້ນທາງດັ່ງກ່າວຈະເຊື່ອມຕໍ່ພື້ນທີ່ຫຼັກຂອງທັງສອງພາກພື້ນຢ່າງມີປະສິດທິພາບ, ປະກອບສ່ວນເຂົ້າໃນການເຕີບໃຫຍ່ຢ່າງຕໍ່ເນື່ອງຂອງການທ່ອງທ່ຽວ ແລະ ການຄ້າຂ້າມຊາຍແດນ. ກ່ອນໜ້ານີ້, ພູເອີ ໄດ້ກັບມາໃຊ້ເສັ້ນທາງລົດເມໂດຍສານສາກົນ ຈຽງເສິງ-ຍອດອູ ອີກຄັ້ງແລ້ວ.