中文 English {{ activeLangText || 'Languages' }} {{ item.text }}
ຂະໜາດການສົ່ງອອກດອກໄມ້ສົດແລະກາເຟຂອງແຂວງຢຸນນານເປັນອັນດັບໜຶ່ງຂອງຈີນ
ຂ່າວ > ເນື້ອຫາ

ຂະໜາດການສົ່ງອອກດອກໄມ້ສົດແລະກາເຟຂອງແຂວງຢຸນນານເປັນອັນດັບໜຶ່ງຂອງຈີນ

By QinXuedan| Yunnan Daily|
分享到Facebook

ຕາມສະຖິຕິຂອງດ່ານພາສີຄຸນໝິງ, ປີ 2025, ມູນຄ່າການສົ່ງອອກດອກໄມ້ສົດຂອງແຂວງຢຸນນານບັນລຸ 1,22 ຕື້ຢວນ, ເພີ່ມຂຶ້ນ 60,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ຂະໜາດການສົ່ງອອກໄດ້ຮັກສາອັນດັບໜຶ່ງຂອງປະເທດເປັນເວລາ 7 ປີລຽນຕິດ, ການສົ່ງອອກກວມເອົາ 64 ປະເທດແລະເຂດແຄວ້ນໃນທົ່ວໂລກ. ດອກໄມ້ຕັດສົດໆໄດ້ ສຳເລັດຂັ້ນຕອນທັງໝົດຈາກການເກັບກຳຈົນເຖິງການສົ່ງອອກໃນເວລາບໍ່ຮອດ 20 ຊົ່ວໂມງ, ແລະຈາກນັ້ນກໍ່ຂົນສົ່ງໄປມາເລເຊຍ, ຊາອຸດີອາຣາເບຍ, ສະຫະລັດອາຣັບເອມີເຣດແລະປະເທດອື່ນໆໂດຍຍົນຂົນສົ່ງສິນຄ້າ.

ປີ 2025, ເນື້ອທີ່ປູກກາເຟຢູ່ແຂວງຢຸນນານມີ 97533 ເຮັກຕາ, ເພີ່ມຂຶ້ນ 15,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ຜົນຜະລິດໝາກຖົ່ວດິບ 138,900 ໂຕນ, ເພີ່ມຂຶ້ນ 16,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ; ມູນຄ່າການຜະລິດກະສິກຳ 8,66 ຕື້ຢວນ, ເພີ່ມຂຶ້ນ 77,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ນອກຈາກນັ້ນ, ມີ"ກາເຟຂອງຢຸນນານ" ທີ່ມີຄຸນນະພາບສູງ 32,500 ໂຕນຖືກສົ່ງອອກໄປ 29 ປະເທດແລະເຂດແຄວ້ນເຊັ່ນ: ເນເທີແລນ, ເຢຍລະມັນ ແລະ ສະຫະລັດອາເມລິກາ, ປະລິມານການສົ່ງອອກເພີ່ມຂຶ້ນ 358% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ແລະການຮັບຮອງຂອງຕະຫຼາດສາກົນຍັງສືບຕໍ່ເພີ່ມຂື້ນ.