中文 English {{ activeLangText || 'Languages' }} {{ item.text }}
"ສາງສິນຄ້າຈັດການລ່ວງໜ້າ" ຂອງການສົ່ງອອກສິນຄ້າອີຄອມເມີຊຂ້າມຊາຍແດນແຫ່ງທຳອິດຂອງຈີນໄດ້ເປີດການນໍາໃຊ້
ຂ່າວ > ເນື້ອຫາ

"ສາງສິນຄ້າຈັດການລ່ວງໜ້າ" ຂອງການສົ່ງອອກສິນຄ້າອີຄອມເມີຊຂ້າມຊາຍແດນແຫ່ງທຳອິດຂອງຈີນໄດ້ເປີດການນໍາໃຊ້

By QinXuedan|
分享到Facebook

ໃນວັນທີ 2 ມີນາ, ດ່ານພາສີນະຄອນເວີ້ຍໄຫ່ແຂວງຊານຕົງ ໄດ້ເປີດຕົວຮູບແບບ "ສາງສິນຄ້າຈັດການລ່ວງໜ້າ" ຢ່າງມີນະວັດຕະກໍາ, ໂດຍບໍ່ມີການລົບກວນການດໍາເນີນວຽກງານປົກກະຕິຂອງສາງສິນຄ້າທີ່ມີຢູ່ແລ້ວ, ການກວດກາຄຸ້ມຄອງດ້ານພາສີໄດ້ຖືກເພີ່ມເຂົ້າໃນຂະບວນການຜະລິດຂອງວິສາຫະກິດ, ເຊິ່ງສາມາດດໍາເນີນການຈັດການຕ່າງໆໃນປະຕູດຽວ ເຊັ່ນ:  "ການເກັບຮັກສາສິນຄ້າ, ການຈັດລຽງ, ການແຈ້ງພາສີ, ການກວດກາ, ການຫຸ້ມຫໍ່, ແລະ ການຂົນສົ່ງ".

ໃນຕອນເຊົ້າຂອງວັນທີ 2 ມີນາ, ໃນສາງເກັບຮັກສາສິນຄ້າຂົນສົ່ງຂອງແພລດຟອມອີຄອມເມີຊໃນເຂດທ່າເຮືອຫຼີນກາງນະຄອນເວີ່ຍໄຫ່ແຂວງຊານຕົງ, ພະນັກງານກຳລັງຫຸ້ມຫໍ່ ແລະ ຈັດລຽງເຄື່ອງສິນຄ້າອີຄອມເມີຊທີ່ສົ່ງອອກຂ້າມຊາຍແດນ. ເຄື່ອງສິນຄ້າອີຄອມເມີຊເຫຼົ່ານີ້ໄດ້ຖືກສົ່ງເຂົ້າໃນ "ສາງສິນຄ້າຈັດການລ່ວງໜ້າ" ສຳລັບການຂາຍຍ່ອຍອີຄອມເມີຊທີ່ສົ່ງອອກຂ້າມຊາຍແດນ ເພື່ອຈັດຂັ້ນຕອນການຜ່ານດ່ານ. ພຽງແຕ່ຕ້ອງການເວລາບໍ່ເທົ່າໃດວິນາທີ ສິນຄ້າກໍສຳເລັດການກວດກາຜ່ານດ່ານ ແລະ ປ່ອຍອອກໄດ້, ແລ້ວຫຸ້ມຫໍ່ໃສ່ເຂົ້າຕູ້ກັບທີ່, ສົ່ງອອກຕ່າງປະເທດຜ່ານເຮືອສາກົນໃນຄໍ່າດຽວກັນ.

ທ່ານເສີນຊຽວ, ຫົວໜ້າບໍລິສັດຂົນສົ່ງສິນຄ້າອີຄອມເມີຊຂ້າມຊາຍແດນກ່າວວ່າ, ພາຍໃຕ້ຮູບແບບໃໝ່, ບໍລິສັດສາມາດເຮັດສໍາເລັດຂັ້ນຕອນການຜ່ານດ່ານພາສີພາຍໃນສາງສິນຄ້າໂດຍບໍ່ຕ້ອງອອກຈາກສະຖານທີ່ຂອງເຂົາເຈົ້າ. ປະມານ 30% ຂອງສິນຄ້າໃນເວທີການຄ້າອີຄອມເມີຊຂ້າມຊາຍແດນສາມາດຈັດສົ່ງໄດ້ໄວຂຶ້ນໜຶ່ງມື້, ເວລາຜ່ານດ່ານພາສີສະເລ່ຍຂອງເຄື່ອງສິນຄ້າຫຼຸດລົງຫຼາຍກວ່າ 3 ຊົ່ວໂມງ, ແລະ ຄ່າໃຊ້ຈ່າຍໃນການຂົນສົ່ງພາຍໃນປະເທດຫຼຸດລົງຫຼາຍກວ່າ 20%.