ຮ່ອມພູແມງກະເບື້ອກິ່ງແຂວງຫົງເຫີແຂວງຢຸນນານ ຕ້ອນຮັບການລະເບີດ “ຂະໜາດມະຫຶມາ”ຂອງແມງກະເບື້ອ, ປະກົດການນິເວດວິທະຍາລະດັບໂລກໄດ້ຖືກສະແດງອອກຢ່າງໜ້າປະທັບໃຈ
ວັນທີ 11 ພຶດສະພາ 2026 ນີ້, ພ້ອມກັບສາຍລົມອຸ່ນໃນເດືອນພຶດສະພາພັດຜ່ານພູອາຍລາວ, ຮ່ອມພູແມງກະເບື້ອກິ່ງແຂວງຫົງເຫີແຂວງຢຸນນານທີ່ຕັ້ງຢູ່ຕາແສງມາອ່ານ, ເມືອງຈິນຜິງ, ກິ່ງແຂວງປົກຄອງຕົນເອງເຜົ່າຮານີ ແລະ ເຜົ່າອີຫົງເຫີ ແຂວງຢຸນນານ, ກຳລັງເກີດມີປະກົດການທຳມະຊາດທີ່ໜ້າຕື່ນຕາຕື່ນໃຈທີ່ສຸດໃນໂລກ. ອີງຕາມການສັງເກດການຫຼ້າສຸດ, ພື້ນທີ່ດັ່ງກ່າວໄດ້ເຂົ້າສູ່ໄລຍະທີ່ມີແມງກະເບື້ອແຕກໂຕອອກມາຫຼາຍທີ່ສຸດ, ຄາດວ່າຈະຮອດຈຸດສູງສຸດໃນວັນທີ 15 ພຶດສະພານີ້, ໂດຍມີຈຳນວນແມງກະເບື້ອອອກມາຈຸດດຽວສາມາດສູງເຖິງຫຼາຍຮ້ອຍລ້ານໂຕ. ແມງກະເບື້ອທີ່ເຕັມໄປທົ່ວພູຜາປ່າດົງໄດ້ເຄື່ອນຍ້າຍມາຢ່າງຫຼວງຫຼາຍ, ປະກອບເປັນ "ບັດນິເວດວິທະຍາທີ່ສວຍງາມທີ່ສຸດຂອງຈີນ".

ຮ່ອມພູແມງກະເບື້ອແມ່ນ້ຳຫົງເຫີແມ່ນໜຶ່ງໃນພື້ນທີ່ທີ່ມີຊັບພະຍາກອນແມງ
ກະເບື້ອທີ່ອຸດົມສົມບູນທີ່ສຸດໃນໂລກ, ແລະ ຍັງເປັນພື້ນທີ່ລວມຕົວຂອງຊີວະນາໆພັນທີ່ຫາຍາກໃນໂລກ ແລະ ເປັນແຫ່ງດຽວໃນປະເທດຈີນ. ພາຍໃນຮ່ອມພູແມງກະເບື້ອມີ 11 ໃນ 12 ຕະກຸນແມງກະເບື້ອທົ່ວປະເທດຈີນ, ລວມທັງໝົດ 320 ກວ່າຊະນິດຂອງແມງກະເບື້ອ. ຍ້ອນຄວາມແຕກຕ່າງກັນຢ່າງຫຼວງຫຼາຍຂອງລະດັບຄວາມສູງໃນພາກພື້ນ ແລະ ສະພາບອາກາດສາມມິຕິທີ່ໂດດເດັ່ນ, ພື້ນທີ່ນີ້ມີຝົນຕົກຫຼາຍ ແລະ ອັດຕາການປົກຄຸມຂອງປ່າໄມ້ເກືອບ 70%. ປ່າໄມ້ດົງດິບທີ່ສົມບູນ ແລະ ໜາແໜ້ນໄດ້ສະໜອງທີ່ຢູ່ອາໄສທີ່ສົມບູນແບບຄົບວົງຈອນຊີວິດທັງໝົດຂອງແມງກະເບື້ອ, ຕັ້ງແຕ່ໄຂ່, ຕົວອ່ອນ, ດັກແດ້ ຈົນເຖິງດັກແດ້ເຕັມໄວ. ທຸກໆເດືອນພຶດສະພາ, ເມື່ອອຸນຫະພູມສູງຂຶ້ນ, ຊະນິດພັນທີ່ເດັ່ນເຊັ່ນ:ແມງກະເບື້ອວົງແຫວນລູກສອນຈະອອກມາຈາກດັກແດ້ຢ່າງຫຼວງຫຼາຍ. ໃນຮ່ອມພູ, ດັກແດ້ວົງແຫວນລູກສອນຫຼາຍພັນໂຕຈະແຕກອອກຈາກໄຂ່ພ້ອມກັນ, ແລະ ແມງກະເບື້ອຫຼາຍຮ້ອຍລ້ານໂຕຈະບິນວົນໄປມາລະຫວ່າງແມ່ນໍ້າລຳທານ, ນ້ຳຕົກຕາດ ແລະ ປ່າໄມ້, ປະກອບເປັນພູມສັນຖານທີ່ງົດງາມຂອງ "ຄື້ນແມງກະເບື້ອທີ່ພັດປັ່ນປ່ວນໄປມາ".

ຄວາມມະຫັດສະຈັນທາງທຳມະຊາດນີ້ບໍ່ພຽງແຕ່ດຶງດູດສາຍຕາຂອງນັກຊີວະວິ
ທະຍາທົ່ວໂລກເທົ່ານັ້ນ, ຫາກຍັງກາຍເປັນສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈສຳລັບນັກທ່ອງທ່ຽວສາກົນ. ປັດຈຸບັນແມ່ນຢູ່ໃນຊ່ວງເວລາທີ່ເໝາະສົມທີ່ສຸດໃນການຊົມ, ນັກທ່ອງທ່ຽວທີ່ ເຂົ້າມາທ່ຽວຊົມ, ຈະໄດ້ສຳຜັດຄືກັບໄດ້ເຂົ້າມາໃນໂລກແຫ່ງເທບນິຍາຍ, ສາມາດເອື້ອມມືໄປຮ່ວມເຕັ້ນລຳກັບແມງກະເບື້ອ. ລັດຖະບານທ້ອງຖິ່ນໄດ້ພັດທະນາເສັ້ນທາງຍ່າງຊົມແມງກະເບື້ອ ແລະ ໂຄງການສຶກສາຄົ້ນຄວ້າດ້ານນິເວດພາຍໃຕ້ເງື່ອນໄຂການປົກປັກຮັກສາສະພາບແວດລ້ອມທຳມະຊາດເດີມ, ເພື່ອແນໃສ່ສະແດງໃຫ້ໂລກເຫັນເຖິງຜົນສຳເລັດຂອງຈີນໃນການປົກປັກຮັກສາຄວາມຫຼາກຫຼາຍທາງຊີວະພາບ. ຄວາມຈະເລີນຮຸ່ງເຮືອງຢ່າງບໍ່ຢຸດຢັ້ງຂອງຮ່ອມພູແມງກະເບື້ອແມ່ນໍ້າຫົງເຫີ, ແມ່ນຫຼັກຖານທີ່ໜັກແໜ້ນທີ່ສະແດງໃຫ້ເຫັນເຖິງຄຸນນະພາບດ້ານນິເວດໃນພາກພື້ນທີ່ດີຂຶ້ນຢ່າງຕໍ່ເນື່ອງ, ທັງເປັນສ່ວນປະກອບທີ່ສຳຄັນຂອງແນວກັ້ນຄວາມປອດໄພດ້ານນິເວດຂອງພາກຕາເວັນຕົກສ່ຽງໃຕ້ຂອງຈີນ. ໃນເດືອນພຶດສະພານີ້, ຮ່ອມພູແມງກະເບື້ອແມ່ນໍ້າຫົງເຫີຢຸນນານກຳລັງຕ້ອນຮັບແຂກຈາກທົ່ວໂລກດ້ວຍຈັງຫວະຊີວິດຂອງສິ່ງມີຊີວິດຫຼາຍຮ້ອຍລ້ານໂຕ. ນີ້ບໍ່ພຽງແຕ່ເປັນງານລ້ຽງທາງສາຍຕາເທົ່ານັ້ນ, ຫາກຍັງເປັນພາບສະທ້ອນອັນມີຊີວິດຊີວາຂອງການຢູ່ຮ່ວມກັນຢ່າງກົມກຽວລະຫວ່າງມະນຸດ ແລະ ທຳມະຊາດ.