



ວັນທີ 26 ເມສາ, ຢູ່ສູນການຄ້າເຫັດປ່າມູ່ຊຸຍຮວາ ແຂວງຢຸນນານ, ເຫັດເຮັຍປ່າ ແລະ ເຫັດກູ່ສູປ່າ(Lactarius deliciosus) ໄດ້ເຂົ້າສູ່ຕະຫຼາດກ່ອນ, ສ່ວນເຫັດປວກປ່າ, ເຫັດຕີນແຮດ ແລະ ເຫັດຫົວຂຽວ ຈຳນວນໜຶ່ງກໍໄດ້ເຂົ້າສູ່ຕະຫຼາດຕາມໆກັນ, ເຊິ່ງໄດ້ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດໃຫ້ມາລອງຊິມ. ໃນຖານະທີ່ເປັນຕະຫຼາດຊື້ຂາຍເຫັດປ່າທີ່ໃຫຍ່ທີ່ສຸດໃນທົ່ວປະເທດ, ທີ່ນີ້ໄດ້ລວບລວມເຫັດປ່າ 257 ຊະນິດ ເຊັ່ນ: ເຫັດປວກປ່າ, ເຫັດຕີນແຮດປ່າ, ເຫັດກ່ານປ່າຈຸ້ນ, ເຫັດຫົວຂຽວປ່າ ແລະ ອື່ນໆ, ເຊິ່ງປະເພດການຊື້ຂາຍແມ່ນກວມເອົາຫຼາຍກວ່າ 40 ປະເທດ ແລະ ພາກພື້ນ.