
ຕອນບ່າຍວັນທີ18ມີນານີ້,ທ່ານສີຈິ້ນຜິງປະທານປະເທດຈີນໄດ້ພົບປະກັບທ່ານເຊີດາບັນກູລີເບີດີມູຮາເມດອຟຜູ້ນຳຊົນຊາດແລະປະທານສະພາປະຊາຊົນຕວັກເມນິດສະຖານທີ່ເດີນທາງມາຢ້ຽມຢາມສັນຖະວະໄມຕີຈີນຢູ່ຫໍຮັບແຂກເມືອງຕ້ຽວອີທາຍທີ່ນະຄອນຫຼວງປັກກິ່ງຂອງຈີນ.

ທ່ານສີຈິ້ນຜິງໄດ້ຊີ້ອອກວ່າ:ຈີນຍິນດີປຶກສາຫາລືກ່ຽວກັບແຜນການຮ່ວມມືທີ່ສຳຄັນກັບຕວັກເມນິດສະຖານ,ຮ່ວມກັນຊົມໃຊ້ໂອກາດການພັດທະນາ,ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊາຕາກຳຈີນ-ຕວັກເມນິດສະຖານໃຫ້ເຂົ້າສູ່ລວງເລິກແລະແທດຕົວຈິງ.ບໍ່ວ່າສະຖານະການສາກົນຈະມີການປ່ຽນແປງແນວໃດກໍຕາມ,ຈີນຈະສະໜັບສະໜູນຕວັກເມນີດສະຖານປົກປ້ອງເອກະລາດ,ອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງຕວັກເມນິດສະຖານຢ່າງສະເໝີຕົ້ນສະເໝີປາຍ,ສະໜັບສະໜູນຕວັກເມນິດສະຖານປະຕິບັດຕາມນະໂຍບາຍຄວາມເປັນກາງຢ່າງຖາວອນ,ເປັນຄູ່ຮ່ວມມືທີ່ໜ້າເຊື່ອໃຈໄດ້ຂອງຕວັກເມນິດສະຖານສະເໝີ.

ທ່ານເຊີດາກູບັນກູລີເບດີມູຮາມດອຟກ່າວວ່າ:ຄວາມຈະເລີນຮຸ່ງເຮືອງແລະການພັດທະນາຂອງຈີນເຮັດໃຫ້ທົ່ວໂລກໄດ້ຮັບຜົນປະໂຫຍດ.ຕວັກເມນິດສະຖານຈະຍຶດໝັ້ນໃນຫຼັກການປະເທດຈີນດຽວຢ່າງສະເໝີຕົ້ນສະເໝີປາຍ,ຍິນດີຮ່ວມກັບຈີນເພີ່ມທະວີການເຊື່ອມຕໍ່ດ້ານຍຸດທະສາດການພັດທະນາ,ບຸກເບີກການຮ່ວມມືຕົວຈິງໃນດ້ານພະລັງງານ,ການຄ້າ,ການເຊື່ອມໂຍງເຊື່ອມຈອດກັນແລະຂົງເຂດອື່ນໆ,ຮ່ວມກັນສະແຫວງຫາການພັດທະນາແລະຄວາມຈະເລີນຮຸ່ງເຮືອງ,ລວມເຖິງຮ່ວມກັນຊຸກຍູ້ສົ່ງເສີມຄວາມໝັ້ນຄົງແລະສະຖຽນລະພາບ.