中文 English {{ activeLangText || 'Languages' }} {{ item.text }}
ປະ​ທານ​ປະ​ເທດ​ຈີນ​ໃຫ້​ຄຳ​ຊີ້​ນຳ​ການ​ສ້າງ​ສາພັດ​ທະ​ນາ​ເຂດ​ໃໝ່​ສົງ​ອ່ານທີ່​ມີ​ຄຸນ​ນະ​ພາບ​ສູ
News Focus > ເນື້ອຫາ

ປະ​ທານ​ປະ​ເທດ​ຈີນ​ໃຫ້​ຄຳ​ຊີ້​ນຳ​ການ​ສ້າງ​ສາພັດ​ທະ​ນາ​ເຂດ​ໃໝ່​ສົງ​ອ່ານທີ່​ມີ​ຄຸນ​ນະ​ພາບ​ສູ

By CGTN| CGTN|
分享到Facebook

ວັນ​ທີ 23 ມີ​ນາ​ນີ້, ທ່ານ​ ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​​ລົງ​ເຄື່ອນ​ໄຫວ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ເຂດ​ໃໝ່​ສົງ​ອ່ານ​ແຂວງ​ເຫີ​ເປີຍ​ຂອງ​ຈີນ. ໃນ​ໂອ​ກາດ​ນີ້, ທ່ານ ສີ​ຈິ້ນ​ຜິງ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ລົງ​ເລິກ​ຊຸກ​ຍູ້​ການ​ສ້າງ​ສາ​ພັດ​ທະ​ນາ​ເຂດ​ໃໝ່​ສົງ​ອ່ານ​​ທີ່​ມີຄຸນ​ນະ​ພາບ​ສູງ ໂດຍ​​ເນັ້ນ​ໜັກ​ວ່າ: ຕ້ອງ​ກຳ​ແໜ້ນຖາ​ນະ​ບົດ​ບາດ​ຂອງ​ເຂດ​ໃໝ່​ສົງ​ອ່ານ, ພະ​ຍາ​ຍາມ​ສ້າງ​ເຂດ​ທ່າ​ແຮງ​ແຫ່ງ​ການ​ປະ​ດິດ​ສ້າງ​ໃນ​ຍຸກ​ໃໝ່ ແລະ ແບບ​ຢ່າງ​ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​​​ທີ່​ມີ​ຄຸນ​ນະ​ພາບ​ສູງ.

​​ກ່ອນ​ໜ້າ​ນີ້​ ຄືວັນ​ທີ 10 ພຶດ​ສະ​ພາ 2023, ທ່ານ ສີ​ຈິ້ນ​ຜິງ ເຄີຍ​ໄປ​ຢ້ຽມ​ຢາມ​ເຂດ​ໃໝ່​ສົງ​ອ່ານ ແລະ ເປັນ​ປະ​ທານກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ການ​ຊຸກ​ຍູ້​ການກໍ່​ສ້າງ​ເຂດ​ໃໝ່​ສົງ​ອ່ານ​ຕາມ​ມາດ​ຕະ​ຖານ​ສູງ ແລະ ຄຸນ​ນະ​ພາບ​ສູງ. ພາຍ​ໃນເວ​ລາບໍ່​ຮອດ 3 ປີ, ​ ​ທ່ານ​ ສີ​ຈິ້​ຜິງ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ​ສຳ​ມະ​ນາ 2 ຄັ້ງ ເພື່ອສຸມ​ໃສ່​ການ​ສ້າງ​ສາພັດ​ທະ​ນາ​ເຂດ​ໃໝ່​ແຫ່ງ​ນີ້ ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ເອົາ​ໃຈ​ໃສ່​ໃນ​ລະ​ດັບ​ສູງ​ຂອງ​ສູນ​ກາງ​ພັກ​ທີ່​ມີ​ຕໍ່​ “ຕົວ​ເມືອງ​ອະ​ນາ​ຄົດ” ແຫ່ງ​ນີ້. ໃນ​ກອງ​ປະ​ຊຸມ​ສຳ​ມະ​ນາ 2 ຄັ້ງ​ດັ່ງ​ກ່າວ, ການ​ສ້າງ​ສາ​ພັດ​ທະ​ນາ​ເຂດ​ໃໝ່​ສົງ​ອ່ານ​ທີ່​ມີ​ຄຸນ​ນະ​ພາບ​ສູງ​ໄດ້​ສອດ​ຫ້ອຍ​ມາ​ໂດຍ​ຕະຫຼອ​ດ.

ໃນ​ກອງ​ປະ​ຊຸມ​ສຳ​ມະ​ນາ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 23 ມີ​ນາ​ນີ້, ທ່ານ ສີ​ຈິ້ນ​ຜິງ ໄດ້​ສະ​ເໜີ​ຄວາມ​ຮຽກ​ຮ້ອງ​ໃໝ່​ຕໍ່​ການ​ກຳ​ແໜ້ນ​ຖາ​ນະ​ບົດ​ບາດ​ຂອງ​ເຂດ​ໃໝ່​ສົງ​ອ່ານ, ເນັ້ນ​ໜັກ​ໃຫ້​ຊຸກ​ຍູ້​ການ​ຜ່ອນ​ຄາຍ ແລະ ຮັບ​ເອົາບົດ​ບາດ​ທີ່ບໍ່​ແມ່ນຂອງ​ນະ​ຄອນຫຼວງ​ປັກ​ກິ່ງ​ຢ່າງ​ແຂງ​ແຮງ ແລະ ເປັນ​ລະ​ບຽບ​ຮຽບ​ຮ້ອຍກວ່າ​ເກົ່າ. ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້ “ສືບ​ຕໍ່​ຍົກ​ສູງ​ຄວາມ​ສາ​ມາດ​ດ້ານ​ການ​ຮອງ​ຮັບ​ສັງ​ລວມ​ຂອງ​ເຂດ​ໃໝ່​ສົງ​ອ່ານ, ຕ້ອງ​ວາງ​ແຜນ​ຢ່າງ​ເປັນ​ລະ​ບົບ, ດຳ​ເນີນ​ການ​ສ້າງ​ສາ​ທີ່​ມີຄຸນ​ນະ​ພາບ​ສູງ ແລະ ການ​ປົກ​ຄອງຢ່າງ​ມີ​ປະ​ສິດ​ທິ​ຜົນ​ສູງ​ໃຫ້​ດີ​ພ້ອມ​ກັນ.”



ໃນ​ດ້ານ​ການ​ຄຸ້ມ​ຄອງຢ່າງ​ມີ​ປະ​ສິດ​ທິ​ຜົນ​ສູງ, ທ່ານ​ ສີ​ຈິ້ນ​ຜິງ ໄດ້​ໃຫ້​ຄຳ​ຊີ້​ນຳ​ໃນຫຼາຍ​ດ້ານ ເປັນ​ຕົ້ນ: ການກໍ່​ສ້າງ​ພັກ​​ເພື່ອນຳ​ພາ​ການ​ຄຸ້ມ​ຄອງເຂດ​ໃໝ່, ປັບ​ປຸງ​ລະ​ບົບ​ການ​ບໍ​ລິ​ການ​ສາ​ທາ​ລະ​ນະ ແລະ ສຸມ​ໃສ່​ການ​ຮັບ​ປະ​ກັນ ແລະ ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ. ນອກ​ຈາກ​ນີ້, ທ່ານ ສີ​ຈິ້ນ​ຜິງ ໄດ້​ຊີ້​ແຈ້ງ​ຈຸດ​ສຳ​ຄັນ​ຂອງ​ການ​ປະ​ຕິ​ຮູບ ແລະ ການ​ປະ​ດິດ​ສ້າງ​ຢູ່​ເຂດ​ໃໝ່​ສົງ​ອ່ານ​ຕື່ມ​ອີກວ່າ: “ຕ້ອງ​ຖືກ​ເອົາ​ການ​ປະ​ຕິ​ຮູບ ແລະ ການ​ປະ​ດິດ​ສ້າງ​ເປັນ​ແຮງ​ຂັບ​ເຄື່ອນ​ໃໝ່, ຊຸກ​ຍູ້​ໃຫ້​ການ​ປະ​ດິດ​ສ້າງ​ດ້ານ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ກັບ ການ​ປະ​ດິດ​ສ້າງ​ດ້ານ​ອຸດ​ສາ​ຫະ​ກຳ​ເຊື່ອມ​ໂຍງ​ເຂົ້າ​ກັນ​ຢ່າງ​ເລິກ​ເຊິ່ງ, ພັດ​ທະ​ນາ​ກຳ​ລັງ​​ການ​ຜະ​ລິດ​ໃນ​ຄຸນ​ນະ​ພາບ​ໃໝ່​ຕາມ​ເງື່ອນ​ໄຂ​ຕົວ​ຈິງ​ຂອງ​ທ້ອງ​ຖິ່ນ, ບົ່ມ​ເພາະ​ລະ​ບົບ​ອຸ​ດ​ສາ​ຫະ​ກຳ​​ທັນ​ສະ​ໄໝ​ທີ່​ສອດ​ຄ່ອງ​ກັບ​ສະ​ພາບ​ຕົວ​ຈິງ​ຂອງ​ເຂດ​ໃໝ່.”